ອົງການພຸດທະສາສະຫນາສຳພັນລາວ ແລະ ຄະນະ ອພສ ເມືອງຈັນທະບູລີ ຕະຫລອດເຖິງອົງການຈັດຕັ້ງມະຫາຊົນ ແລະ ຊາວຄ້າຂາຍພາຍໃນຕະຫລາດເຊົ້າ ທີ່ເປັນເຈົ້າພາບ-ເຈົ້າສັດທາ ໃນທົ່ວຫນ້າ ພ້ອມປະຊາຊົນ ແລະ ອົງການຈັດຕັ້ງຂັ້ນຕ່າງໆ ໄດ້ພ້ອມກັນຈັດຕັ້ງກອງມະຫາກະຖິນສາມັກຄີ ຂື້ນຫນຶ່ງກອງ ຢູ່ທີ່ຕະຫລາດເຊົ້າ ໃນລະຫວ່າງວັນທີ 28-29 ຕຸລາ 2017 ນີ້, ເພື່ອນ້ອມຖະຫວາຍແດ່ພະສົງ ວັດທາດຫລວງເຫນືອ ເພື່ອສົມທົບທືນເບື່ອງຕົ້ນໃນການປຸກສ້າງ ( ອາຄານຫໍພັກສົງ ) ຖະຫວາຍແດ່ພຸດທະສາສະຫນາສຳພັນລາວ ຢູ່ວັດທາດຫລວງເຫນືອ.
ໃນເຊົ້າວັນທີ 29 ຕຸລາ 2017 ຜ່ານມາ, ທີ່ເດີນພະທາດຫລວງວຽງຈັນ ໄດ້ມີການແຫ່ຂະບວນ ທອດຖະຫວາຍກອງມະຫາກະຖິນສາມັກຄີ ຂື້ນ ເພື່ອໄປທອດຖະຫວາຍ ທີ່ວັດທາດຫລວງເຫນືອ ທັງນີ້ ເພື່ອຕອບສະຫນອງ ແລະ ສົມທົບທຶນເບື້ອຕົ້ນ ໃນການກໍ່ສ້າງຫໍພັກພະສົງ ແລະ ພິເສດໃນປີນີ້ເປັນປີທີ່ມີຄວາມຫມາຍສໍາຄັນ ເພາະເປັນປີທ່ອງທ່ຽວລາວ 2018 ເຊີ່ງຊະບວນແຫ່ ໃນຄັ້ງນີ້ແມ່ນມີຄວາມສວຍງາມຫລາຍ ເປັນລະບົບລະບຽບ ທາງດ້ານການນຸ່ງຖື, ຂະບວນຮ່ວມແຮ່ ໃນຫລາຍຫລາຍຂະບວນ ເນັ້ນຄວາມສວຍງາມທາງດ້ານວັດທະນະທຳລາວ ເພື່ອເຮັດໃຫ້ງານຄັ້ງນີ້ ເປັນອີກຫນຶ່ງສິສັນ ໃນການໂຄສະນາເຜີຍແຜ່ວັດທະນະທຳອັນດີງາມຂອງລາວ ພາຍໃນງານ ຍັງໄດ້ຮັບກຽດເຂົ້າຮ່ວມ ມີພັນລະຍາ ການນໍາຂັນສູງ, ທ່ານນາງ ນາລີ ສີສຸລິດ, ພ້ອມກັນນີ້ຍັງມີ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ, ບັນດາແຂກ ແລະ ເຈົ້າພາບ-ເຈົ້າສັດທາ ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ບຸນກະຖິນ ແມ່ນບຸນສົ່ງເສີມພຸດທະສາສະຫນາ ອີກບຸນຫນື່ງ ທີ່ເຮັດໃຫ້ພະສົງ-ສາມະເນນ ມີຜ້າໄຕຈິວອນນຸ່ງຫົ່ມ, ມີກຳນົດການພາຍໃນ 1 ເດືອນ ພາຍຫລັງສິ້ນສຸດບຸນອອກພັນສາປະວໍລະນາ, ການເຮັດບຸນກະຖິນສາມາດເຮັດໄດ້ໃນນາມສ່ວນບຸກຄົນ ແລະ ໃນນາມສ່ວນລວມ, ສວນລວມ ເອີ້ນວ່າ: ມະຫາກະຖິນ ແລະ ສ່ວນບຸຄົນເອີ້ນວ່າ: ຈຸນລະກະຖິນ ແຕ່ລວມຄວາມແລ້ວ ກໍ່ແມ່ນບຸນກະຖິນເຊັ່ນດຽວກັນ, ການເຮັດບຸນກະຖິນ ມີການປັກ ຫລື ຈອງຫົວວັດໄວ້ ເພື່ອຈະໄດ້ໄປທອດຕາມນັດຫມາຍ. ການທອດກະຖິນວັດຫນຶ່ງສາມາດທອດໄດ້ແຕ່ກອງດຽວ ຖ້າທອດ ສອງກອງ ແມ່ນຖືວ່າຜິດວິໄນທາງສົງ
ການທອດຖະຫວາຍກອງມະຫາກະຖິນສາມະຄີ ຄັ້ງນີ້ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງຍາທານໃຫຍ່ ມະຫາງອນ ດໍາລົງບຸນ ປະທານສູນກາງອົງການພຸດທະສາສະຫນາສໍາພັນລາວ, ມີບັນດາຄະນະ ຮອງປະທານ, ເຈົ້າອາວາດວັດ ແລະ ພະສົງ ເຂົ້າຮ່ວມ ຢ່າງພ້ອມພຽງ
Editor: ກຳປານາດ ລັດຖະເຮົ້າ