ບັນຍາກາດຫລ້າສຸດ ທີ່ຜູ້ສື່ຂ່າວເມືອງລາວວັນວັນນີ້ ລົງໄປສຳຫລວດ ແລະ ສອບຖາມໄປຍັງທ່ານນາງ ຈັນນະພາ ວົງສະຫມໍລະພູມ, ປະທານບໍລິສັດ ຊີເອັນພີ ຜູ້ສ້າງເຮືອນຊົງລາວໃຫ້ຮູ້ວ່າ: ປະຈຸບັນ ການສ້າງເຮືອນຊົງລາວ ຢູ່ເດີ່ນດ້ານຫລັງພະທາດຫລວງວຽງຈັນ ເພື່ອເປັນການກະກຽມຕ້ອນຮັບງານບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2017 ແລະ ເປີດປີທ່ອງທ່ຽວລາວ 2018 ແມ່ນສຳເລັດແລ້ວປະມານ 99 ສ່ວນຮ້ອຍ, ຍັງເຫລືອພຽງວຽກປະດັບປະດາ ຕົບແຕ່ງບາງສ່ວນເທົ່ນັ້ນ ແລະ ທາງຜູ້ສ້າງເອງຢືນຢັນວ່າຈະໃຫ້ແລ້ວທັນກ່ອນເປີດງານແນ່ນອນ ແລະ ປະຈຸບັນ ກໍ່ໄດ້ມີນັກທ່ອງທ່ຽວທະຍ່ອຍເຂົ້າມາທ່ຽວຊົມຢ່າງບໍ່ຂາດສາຍແລ້ວ, ຊຶ່ງໃນການສ້າງເຮືອນຊົງລາວນີ້ ທາງກຸ່ມບໍລິສັດ ຊີເອັນພີ ໄດ້ທຸມງົບ ປະມານ 3 ຕື້ກີບ ເພື່ອສ້າງສະຖານທີ່ທ່ອງທ່ຽວ ເຮືອນຊົງລາວ ຈຳນວນ 8 ຫລັງ ທີ່ເຮັດດ້ວຍໄມ້ສັກ, ໄມ້ດູ່ ແລະ ໄມ້ອື່ນໆ ພ້ອມທັງ ຈັດສວນ ແລະ ຈຳລອງວິຖີການດຳລົງຊີວິດຂອງຊາວນະຄອນຫລວງວຽງຈັນໃນເມື່ອກ່ອນ ມາໄວ້ໃນສະຖານທີດຽວກັນ ຄື ຢູ່ດ້ານຫລັງຂອງເດີ່ນພະທາດຫລວງວຽງຈັນຄາດວ່າຈະເປັນອີກບ່ອນຫນຶ່ງ ທີ່ດຶງດູດນັກທ່ອງທ່ຽວ ທ່ີ່ມາທ່ຽວງານບຸນນະມັດສະການພະທາດຫລວງ.
ຊຶ່ງຈຸດປະສົງຂອງການຈັດສ້າງໂຄງການນີ້ຂື້ນມາ ເພື່ອເປັນການອະນຸລັກ, ຮັກສາຮີດຄອງປະເພນີອັນດີງານຂອງຊາດ ເວົ້າລວມ ເວົ້າສະເພາະ ກໍແມ່ນປະເພນີ ວິຖີການດຳລົງຊີວິດຂອງຊາວນະຄອນຫລວງໃນສະໄຫມກ່ອນໄວ້ຮອດເຊັ່ນລູກຫຼານ, ເພື່ອສ້າງຄວາມປະທັບໃຈໃຫ້ແກ່ຊາວນະຄອນຫຼວງ ແລະ ປະຊາຊົນລາວທັງຊາດ ແລະ ຕ່າງປະເທດ ທີ່ມາທ່ອງທ່ຽວໃຫ້ຮູ້ເຖິງວັດທະນະທຳອັນດີງາມຂອງລາວ, ເພື່ອເປັນການສົ່ງເສີມການທ່ອງທ່ຽວຂອງລາວໃຫ້ມີສີສັນໃຫມ່ ຕ້ອນຮັບ ການກະກຽມໃຫ້ແກ່ ການເປີດປີທ່ອງທ່ຽວຂອງ ສປປ ລາວ ປີ 2018 ທີ່ຈະມາເຖິງນີ້.
Editor: ຕະວັນ ແສງສະຫວັນ