ໂດຍເຫັນໄດ້ເຖິງຄວາມສໍາຄັນ ຂອງພະທາດຫລວງວຽງຈັນ, ທີ່ເປັນຫນື່ງໃນມໍລະດົກແຫ່ງຊາດທາງດ້ານວັດທະນະທໍາ ແລະ ປະຫວັດສາດ ທີ່ເປັນປູສະນິຍະສະຖານ ທີ່ເກົ່າແກ່ ທາງດ້ານສະຖາປັດຕະຍະກໍາທີ່ສໍາຄັນ ແລະ ມີຄຸນຄ່າສູງ, ເປັນມິ່ງຂວັນຂອງຄົນລາວ-ຊາວລາວທັງຊາດ ມີອາຍຸ 451 ປີ, ພັກ ແລະ ລັດຖະບານໄດ້ຕົກລົງໃຫ້ມີການປະຕິສັງຂອນພະທາດຫລວງວຽງຈັນ ຄັ້ງທີ 4 ຂື້ນ ແລະ ເພື່ອເຮັດໃຫ້ການປະຕິສັງຂອນສໍາເລັດຕາມລະດັບຄາດຫມາຍທີ່ວາງໄວ້ ມາຮອດປະຈຸບັນແມ່ນສໍາເລັດ 100 ສ່ວນຮ້ອຍ ໄດ້ໄດ້ທໍາພິທີສົມໂພດພະທາດຫລວງຂື້ນ ໃນແລງວັນທີ 27 ຕຸລາ 2017 ທີ່ຜ່ານມາ.
ສຳລັບການປະຕິສັງຂອນພະທາດຫລວງ ຄັງໃຫຍ່ນີ້ ປະກອບມີ 8 ຫນ້າວຽກທີ່ສໍາຄັນ ຄື: ໂອບຄໍາຈອມພະທາດຫລວງ, ການໂບກຮອຍແຕກແຫງ ອົງພະທາດ ແລະ ຫໍໄຫວທັງ 4 ດ້ານ, ທາສີອົງພະທາດໃຫຍ່ ແລະ ນ້ອຍ ( ປາລະມີ 30 ລູກ) ພະທາດສີທໍາມະຫາຍໂສກ ແລະ ຫໍກວມ, ບູລະນະຫລັງຄາກົມມະລຽນຄືນໃຫມ່, ສ້ອມແປງຊຸ່ມປະຕູ 4 ດ້ານ, ປັບປຸງພື້ນ ແລະ ລະບຽງ, ປັບປຸງຮ່ອງນໍ້າອ້ອມຊ້າງ, ປັບປຸງລະບົບໄຟຟ້າ. ພາຍຫລັງສໍາເລັດການປະຕິສັງຂອນ ໄດ້ເຮັດໃຫ້ພະທາດຫລວງ ທີ່ຕັ້ງຢູ່ໃຈກາງຕົວເມືອງນະຄອນຫລວງວຽງຈັນ ມີຄວາມສະຫງ່າງາມຂື້ນຕື່ມ, ກາຍເປັນສະຖານທີ່ທ່ອງທ່ຽວສໍາຄັນ ທີ່ດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ຢ້ຽມຢາມ ນະຄອນຫລວງວຽງຈັນ ຫລາຍຂື້ນ ໂອກາດທີ່ ສປປ ລາວ ເປີດປີທ່ອງທ່ຽວລາວ 2018.
Editor: ກຳປານາດ ລັດຖະເຮົ້າ