ບັນຍາກາດຫລ້າສຸດ ທີ່ທີມຂ່າວເມືອງລາວວັນນີ້ ໄດ້ລົງໄປສໍາຫລວດ ພື້ນທີ່ຂອງການກະກຽມຈັດງານວາງສະແດງສິນຄ້າ-ງານບຸນນະມັດສະການພະທາດຫລວງຫລວງ ແລະ ສະຖານທີກະກຽມຈັດງານເປີດປີທ່ອງທຽ່ວລາວ 2018 ພົບວ່າ: ຜູ້ສຳປະທານພື້ນທີ ພວມກຳລັງວາງເຕັນ ແລະ ຈັດສັນສະຖານທີວາງສະແດງ ແລະ ຂາຍສິນຄ້າກັນຢ່າງຄຶກຄື້ກ ຊຶ່ງທ່ານນາງ ວິໄລວອນ ຈັນທະລາຕີ, ຫົວຫນ້າຫ້ອງການຄຸ້ມຄອງ ແລະ ບໍລິການ ຕົວເມືອງວຽງຈັນ ຫລື ຄບຕ ເປີດເຜີຍວ່າ: ສໍາລັບ ງານບຸນນະມັດສະການພະທາດຫລວງວຽງຈັນ ປະຈໍາປີ 2017 ແລະ ພິທີເປີດປີທ່ອງທ່ຽວລາວ 2018 ແມ່ນຈະເປີດຂື້ນໃນຢ່າງເປັນທາງການໃນມື້ດຽວກັນ ຄື: ວັນທີ 28 ຕຸລາ 2017 ທີ່ຈະມາເຖິງນີ້ ຖືວ່າເປັນປີທີ່ມີຄວາມຫມາຍສຳຄັນທີ່ສຸດ. ຊຶ່ງທາງຫ້ອງການຄຸ້ມຄອງ ແລະ ບໍລິການ ຕົວເມືອງວຽງຈັນ ຫລື ຄບຕ ທີ່ນອນຢູໃນຄະນະຮັບຜິດຊອບອານາໄມຮັກສາຄວາມສະອາດພາຍໃນງານ ໄດ້ວາງແຜນຮັບມືບັນຫາຂີ້ເຫຍື້ອໃນແຕ່ລະວັນ ຊຶ່ງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບລົງຕິດຕາມ ແລະ ສົມທົບກັບຜູ້ປະກອບການສຳປະທານໃນແຕ່ລະວັນ ເຊັ່ນ: ບໍລິສັດ ຄຳເສັງ ຈຳກັດ, ບໍລິສັດ ຊີເອັນພີ ຈຳກັດ, ບໍລິສັດ ເພັດບັນດິດ, ບໍລິສັດ ເພັດຖາວອນ, ແນວລາວສ້າງຊາດນະຄອນຫລວງ, ສະຫະພັນນັກຮົບເກົ່າ ແລະ ພໍ່ແມ່ປະຊາຊົນພາກສ່ວນອື່ນໆອ້ອມຂ້າງ ໃຫ້ເປັນຈຳການນຳກັນໃນການຮັກສາຄວາມສະອາດ ເພື່ອເຮັດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຮ່ວມງານ ເປີດປີທ່ອງທ່ຽວລາວ ແລະ ງານບຸນນະມັດສະການພະທາດຫລວງວຽງຈັນ ມີຄວາມປະທັບໃຈໃນເວລາກັບໄປ.
ມີສຽງສຳພາດທ່ານນາງ ວິໄລວອນ ຈັນທະລາຕີ, ຫົວຫນ້າຫ້ອງການຄຸ້ມຄອງ ແລະ ບໍລິການ ຕົວເມືອງວຽງຈັນ ຫລື ຄບຕ ມາໃຫ້ຮັບຮູ້ເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ