ວັນທີ 28 ຕຸລາ 2017 ນີ້ ເຮືອນຊົງລາວບູຮານ ທີ່ມີຮູບແບບຍ້ອນຍຸກ ຢູ່ເດີນດ້ານຫລັງພະທາດຫລວງ, ຈະເປີດໃຫ້ເຂົ້າຊົມຢ່າງເປັນທາງການ ເຊິ່ງການຈັດງານປີນີ້ ຖືໄດ້ວ່າເປັນອີກໜຶ່ງທີ່ມີຄວາມສຳຄັນ ແລະ ຫຍິ່ງໃຫຍ່ ເພາະຈະໄດ້ເປີດ ປີທ່ອງທ່ຽວລາວ 2018 ໄປພ້ອມໆ ກັບງານບຸນນະມັດສະການ ພະທາດຫລວງ, ເຊິ່ງບໍລິສັດ ຊີເອັນພີ (CNP) ມີຄວາມພາກພູມໃຈນຳສະເໜີ ວັດຖະນະທຳລາວ ໃຫ້ຄົນລຸ້ນໃໝ່ໄດ້ຮັບຮູ້ ໂດຍທຸ້ມທຶນສ້າງເຖິງ 3 ຕື້ກວ່າກີບ.
ແລະ ໃນວັນທີ 25 ຕຸລາ 2017 ຜ່ານມາ ທ່ານນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ (CNP) ຈຳກັດ, ຜູ້ສຳປະທານ ສ້າງເຂດເຮືອນຊົງລາວ ໄດ້ກ່າວວ່າ: ສຳລັບໃນວັນທີ 28 ຕຸລາ ທີ່ຈະມາເຖິງນີ້ ກໍຈະມີການເປີດບໍລິການໃຫ້ປະຊາຊົນ, ນັກທ່ອງທ່ຽວ ໄດ້ເຂົ້າມາທ່ຽວຢ້ຽມຊົມ ເຂດວັດທະນະທຳລາວ ເຊິ່ງປີນີ້ຖືວ່າຈັດຢ່າງຍິ່ງໃຫຍ່ ກວ່າປີຜ່ານມາ, ໃນນັ້ນ ປະກອບມີ: ເຮືອນຊົງລາວທີ່ສ້າງດ້ວຍໄມ້ເນື້ອແຂງ 8 ຫລັງ, ຫ້ອງນໍ້າທີ່ສະອາດ, ພ້ອມກິດຈະກຳການສາທິດ ການຕໍ່າຫູກ, ແກະ ສະຫລັກ, ປັ້ນຫລໍ່, ຕີເຄື່ອງປະດັບ ແລະ ອື່ນໆ. ນອກຈາກນີ້, ຈະມີການຂັບລໍາ ແຕ່ພາກໃຕ້ຂຶ້ນຮອດພາກເໜືອ ເຊິ່ງໃນແຕ່ລະຄໍ່າຄືນ ຂອງງານບຸນນະມັດສະການພະທາດຫລວງ ກໍຈະມີການໝູນວຽນການຂຶ້ນຂັບລໍາ ຈາກໝໍລໍາທ້ອງ ຖິ່ນຕ່າງໆ.ພ້ອມ ນັ້ນ ຍັງມີການບໍລິການລົດຖີບ 3 ລໍ້ໃນອະດິດ, ອາຫານພື້ນເມືອງ ໃນແຕ່ລະທ້ອງຖິ່ນ ແລະ ກິດຈະກຳອື່ນໆ, ທີ່ສະທ້ອນໃຫ້ເຫັນເຖິງ ວັດທະນະທຳລາວເຮົາ. ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ໃຫ້ຮູ້ຕື່ມວ່າ: ສຳລັບການກໍ່ສ້າງ ມາຮອດປັດຈຸບັນ ບໍລິສັດໄດ້ມີຄວາມພ້ອມຫລາຍກວ່າ 85% ຊຶ່ງປັດຈຸບັນ ຍັງວຽກຕົກແຕ່ງ ແລະ ປະດັບປະດາໃຫ້ມີຄວາມສວຍງາມ: ພ້ອມນີ້ ໄດ້ກ່າວເຊີນຊວນປະຊາຊົນລາວ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ເບິ່ງວິຖິຊີວິດຂອງການດໍາລົງຊີວິດຂອງປະຊາຊົນ ໃນອະດີດທີ່ຊ່ອງແສງໃຫ້ເຫັນເຖິງຄວາມອຸດົມສົມບູນ ຂອງວັດທະນະທຳລາວ.
Editor: ກຳປານາດ ລັດຖະເຮົ້າ