ອົງການພຸດທະສາສະຫນາສຳພັນລາວ ແລະ ຄະນະ ອພສ ເມືອງຈັນທະບູລີ ຕະຫລອດເຖິງອົງການຈັດຕັ້ງມະຫາຊົນ ແລະ ຊາວຄ້າຂາຍພາຍໃນຕະຫລາດເຊົ້າ ໃນທົ່ວຫນ້າ ແມ່ນຈະໄດ້ພ້ອມປະຊາຊົນ ແລະ ອົງການຈັດຕັ້ງຂັ້ນຕ່າງໆ ໄດ້ພ້ອມກັນ ຈັດຕັ້ງກອງມະຫາກະຖິນສາມັກຄີ ຂື້ນຫນຶ່ງກອງ ຢູ່ທີ່ຕະຫລາດເຊົ້າ ໃນລະຫວ່າງວັນທີ 28-29 ຕຸລາ 2017 ນີ້, ເພື່ອນ້ອມຖະຫວາຍແດ່ພະສົງ ວັດທາດຫລວງເຫນືອ ໂດຍມີ ຍາທານໃຫຍ່ ມະຫາງອນ ດໍາລົງບຸນ ປະທານສູນກາງອົງການພຸດທະສາສະຫນາສໍາພັນລາວ ເປັນອົງປະທານ ເພື່ອສົມທົບທືນເບື່ອງຕົ້ນໃນການປຸກສ້າງ ( ອາຄານຫໍພັກສົງ ) ຖະຫວາຍແດ່ພຸດທະສາສະຫນາສຳພັນລາວ ຢູ່ວັດທາດຫລວງເຫນືອ.
ໃນວັນທີ 25 ຕຸລາ 2017 ຜ່ານມາ, ທີ່ຕະຫລາດເຊົ້າ ຄະນະຮັບຜິດຊອບທຸກຝ່າຍ ໄດ້ມີການປະຊຸມຫາລື ການກຽມພ້ອມຈັດຕັ້ງກອງມະຫາກະຖິນສາມັກຄີ ເຊີ່ງຈະໄດ້ເລີ່ມຂື້ນໃນວັນທີ 28-29 ຕຸລາ ກອງປະຊຸມຫາລື ຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ມີ ທ່ານ ພູວົງ ພະມີສິດ ປະທານສະມາຄົມ ຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ, ເຂົ້າຮ່ວມ ມີບັນດາຄະນະຮັບຜິດຊອບວຽກງານໃນແຕ່ລະຂະແຫນງ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູວົງ ພະມີສິດ ກ່າວວ່າ: ກອງມະຫາກະຖິນສາມັກຄີ ແມ່ນຈະໄດ້ຕັ້ງຂື້ນໃນວັນທີ 28 ຕຸລາ ໂດຍມີການຄົບງັນ ແລະ ເພາະບຸນ ນັບແຕ່ເວລາ 8 ໂມງເຊົ້າ ຈົນເຖິງ 22 ໂມງແລງ, ສ່ວນວັນທີ 29 ຕຸລາ ແມ່ນຈະໄດ້ມີການແຫ່ກອງ ເພື່ອໄປທອດຖະຫວາຍ ທີ່ວັດທາດຫລວງເຫນືອ ທັງນີ້ ເພື່ອຕອບສະຫນອງ ແລະ ສົມທົບທຶນເບື້ອຕົ້ນ ໃນການກໍ່ສ້າງຫໍພັກພະສົງ ແລະ ພິເສດໃນປີນີ້ເປັນປີທີ່ມີຄວາມຫມາຍສໍາຄັນ ເພາະເປັນປີທ່ອງທ່ຽວລາວ 2018 ດັ່ງນັນທາງຄະນະຮັບຜິດຊອບ ຈິ່ງໄດ້ຫາລື ດ້ວຍການຈັດຕັ້ງຂະບວນແຫ່ ທີ່ສວຍງາມ ເປັນລະບົບລະບຽບ ທາງດ້ານການນຸ່ງຖື, ຂະບວນຮ່ວມແຮ່ ໃນຫລາຍຫລາຍຂະບວນ ເນັ້ນຄວາມສວຍງາມທາງດ້ານວັດທະນະທຳລາວ ເພື່ອເຮັດໃຫ້ງານຄັ້ງນີ້ ເປັນອີກຫນຶ່ງສິສັນ ໃນການໂຄສະນາເຜີຍແຜ່ວັດທະນະທຳອັນດີງາມຂອງລາວ ເຮົາອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ