ຕາມການລາຍງານ ຂອງ ທ່ານ ແກ້ວລັນດອນ ຈັນທະປານີ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ-ເມືອງຄູນຄໍາ, ແຂວງຄໍາມ່ວນ ໃຫ້ກັບທີມງານຂ່າວ ຮູ້ວ່າ: ເມືອງຄູນຄໍາ ເປັນເມືອງທີ 10 ຂອງແຂວງຄໍາມ່ວນ, ໄດ້ຮັບການສ້າງຕັ້ງຂື້ນໃນປີ 2011 ຕັ້ງທາງທິດຕາເວັນຕົກສ່ຽງເຫນືອ ຂອງແຂວງຄໍາມ່ວນ, ເມືອງມີເນື້ອທີ່ທັງໝົດ 995,60 ກິໂລຕາແມັດ, ກວມເອົາ 6,10 ສ່ວນຮ້ອຍ ຂອງເນື່ອທີ່ແຂວງ. ໃນນັ້ນທົ່ວເມືອງປະກອບມີ 27 ບ້ານ, ມີ 4.149 ຫລັງຄາເຮືອນ, ມີ 4.566 ຄອບຄົວ, ມີປະຊາກອນທັງມົດ 23 ພັນກວ່າຄົນ, ຍິງ 11 ພັນກວ່າຄົນ. ມີຄອບຄົວພັດທະນາ ຈຳນວນ 4.277 ຄອບຄົວ ກວມເອົາ 93,67 ສ່ວນຮ້ອຍ ແລະ ປະກາດເປັນບ້ານພັດທະນາ 27 ບ້ານ ກວມ 100 ສ່ວນຮ້ອຍ. ປະຊາຊົນສ່ວນຫລາຍແມ່ນປະກອບອາຊີບປູກຝັງ-ລ້ຽງສັດ ແລະ ຍັງຍຶດຖືເອົາການຄ້າຂາຍ ເປັນສຳຮອງ.
ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງຄູນຄໍາ ກ່າວວ່າ: ໃນສົກປີ 2017 ເມືອງຄູນຄໍາໄດ້ຮັບການລົງທຶນ ທີ່ສະພາອະນຸມັດຮັບຮອງ ທັງໝົດ 43 ໂຄງການ ມູນຄ່າການລົງທຶນທັງໝົດ 186 ຕື້ 778 ລ້ານກວ່າກີບ, ໃນນັ້ນຖຄງການສຶບຕໍ່ 17 ໂຄງການ ມູນຄ່າ 98 ຕື້ 576 ລ້ານກວ່າກີບ, ໂຄງການສະເຫນີໃຫມ່ 9 ໂຄງການ ມູນຄ່າ 37 ຕື້ 214 ລ້ານກວ່າກີບ, ໂຄງການຊໍາລະຫນີ້ສິນ 17 ໂຄງການ ມູນຄ່າ 50 ຕື້ 988 ລ້ານກວ່າກີບ. ສໍາລັບໄລຍະ 9 ເດືອນຜ່ານມາ ແມ່ນມີ 7 ໂຄງການທີ່ລົງມືຈັດຕັ້ງປະຕິບັດຕົວຈິງ ໃນນັ້ນ ປະຕິບັດສຳເລັດ 100 ສ່ວນຮ້ອຍ ມີ 1 ໂຄງການ ແລະ ຍັງສຶບຕໍ່ປະຕິບັດ ອີກ ຈຳນວນ 6 ໂຄງການ.
ພ້ອມກັນນີ້, ທ່ານ ເຈົ້າເມືອງຄູນຄໍາ ຍັງໄດ້ຍົກໃຫ້ເຫັນວຽກງານການທ່ອງທ່ຽວ ພາຍໃນເມືອງ ວ່າ: ທົ່ວເມືອງຄູນຄໍາມີສະຖານທີ່ທ່ອງທ່ຽວທີ່ໄດ້ສຳຫລວດແລ້ວ ຈຳນວນ 20 ແຫ່ງ, ໃນນັ້ນທຳມະຊາດ 17 ແຫ່ງ, ປະຫວັດສາດ 2 ແຫ່ງ ແລະ ວັດທະນະທຳ 1 ແຫ່ງ. ອັນທີ່ພົ້ນເດັ່ນກວ່າຫມູ່ ແມ່ນສະຖານທີ່ທ່ອງທ່ຽວຖໍ້າມະຫັດສະຈັນກອງລໍ-ນາຕານ, ນໍ້າຕົກຕາດນໍ້າສະນາມ ແລະ ຕາດມ່ວງ ສຳລັບໄລຍະ 9 ເດືອນຜ່ານມາ ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເມືອງຄູນຄໍາ ທັງໝົດ 12 ພັນ 400 ຄົນ, ຍິງ 6 ພັນ 450 ກວ່າຄົນ.
ສະເພາະສະຖານທີ່ທ່ອງທ່ຽວຖໍ້າມະຫັດສະຈັນກອງລໍ-ນາຕານ ມີນັກທ່ອງທ່ຽວ ເດີນທາງມາທ່ຽວ ເຖິງ 11 ພັນ 850 ກວ່າຄົນ, ຍິງ 6 ພັນ 200 ກວ່າຄົນ. ໃນນັ້ນເປັນນັກທ່ອງທ່ຽວຕ່າງປະເທດ 6 ພັນ 300 ກວ່າຄົນ, ການບໍລິການສາມາດໃຫ້ບໍລິການຖ້ຽວເຮືອເຂົ້າຖໍ້າ ໄດ້ 6 ພັນ 300 ກວ່າຖ້ຽວ, ບໍລິການເຮືອນພັກແຮມ ຂອງປະຊາຊົນ ( ໂຮມສະເຕ ) ມີ ຈໍານວນ 380 ກວ່າຄົນ, ຍິງ 120 ກວ່າຄົນ. ສ້າງລາຍຮັບໃຫ້ແກ່ຊຸມຊົນ ໄດ້ເຖິງ 1 ຕື້ 980 ລ້ານກວ່າກີບ. ສະເລ່ຍໃສ່ຄອບຄົວເຮັດການທ່ອງທ່ຽວ ໄດ້ 9 ລ້ານກີບຕໍ່ປີ. ນອກຈາກນັນ ຍັງມີນັກທ່ອງທ່ຽວ ທີ່ໄປທ່ຽວນໍ້າຕົກຕາດນໍ້າສະນາມ 550 ກວ່າຄົນ, ຍິງ 200 ກວ່າຄົນ, ສາມາດເກັບລາຍຮັບແກ່ຊຸມຊົນ 5 ລ້ານ 5 ແສນກີບ. ຄຽງຄູ່ກັບວຽກງານທ່ອງພາຍໃນເມືອງ ຍັງໄດ້ມີການສ້າງຕັ້ງສະມາຄົມການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມ ໂດຍສະເພາະທີ່ແຫລ່ງທ່ອງທ່ຽວຖໍ້າກອງລໍ-ນາຕານ ມີສະມາຊິກ 220 ຄົນ, ໂດຍປະກອບມີ 8 ກຸ່ມບໍລິການ ຄື: ກຸ່ມເຮືອນໍາທ່ຽວ, ກຸ່ມນໍາທ່ຽວຍ່າງປ່າ, ກຸ່ມໂຮມສະເຕ, ກຸ່ມກົງເບັງ, ກຸ່ມຂີ່ລົດຖີບ, ກຸ່ມຝາກລົດ, ກຸ່ມປູກຜັກປອດສານພິດ ແລະ ກຸ່ມຫັດຖະກຳຕໍາແຜ່ນ.
ໂອກາດເປີດປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງນີ້ ອຳນາດປົກຄອງເມືອງຄູນຄໍາ ແມ່ນໄດ້ກຳນົດເອົາ 3 ກິດຈະກຳ ເພື່ອຮອງຮັບເທດສະການ ການທ່ອງທ່ຽວລາວ ປີ 2018 ຄື:
1/, ກິດຈະກໍາບຸນປີໃຫມ່ລາວ ທີ່ຖໍ້າມະຫັດສະຈັນກອງລໍ-ນາຕານ
2/, ກິດຈະກໍາບຸນບັ້ງໄຟ ທີ່ບ້ານນາກາງ ຈັດຂື້ນໃນໄລຍະ ເດືອນພຶດສະພາ ແລະ ເດືອນມີຖຸນາ ຂອງທຸກໆປີ
3/, ກິດຈະກໍາງານບຸນຊ່ວງເຮືອ ທີ່ອ່າງ ທ້າຍເຂື່ອນ ເທີນ-ຫິນບູນ ( ບ້ານສະນາມ) ກິດຈະກໍານີ້ ແມ່ນໄດ້ຈັດຈື້ນໃນກາງເດືອນຕຸລາ ທີ່ຜ່ານມາແລ້ວ.
Editor: ກຳປານາດ ລັດຖະເຮົ້າ