ນັບຖອຍຫລັງ ອີກບໍ່ພໍເທົ່າໃດມື້ ບຸນນະມັດສະການພະທາດຫລວງວຽງຈັນ ກໍ່ຈະໄດ້ເລີ່ມເປີດແລ້ວ, ຖືໄດ້ວ່າເປັນງານບຸນໃຫຍ່ ປະຈຳຊາດລາວເຮົາ ທີ່ສະແດງເຖິງວັດທະນະທຳ ແລະ ຮິດຄອງປະເພນີ ທີ່ສຶບທອກປະຕິບັດກັນມາ ແຕ່ບູຮານນາການ, ສະນັ້ນ, ໄລຍະນີ້ ຕາມບໍລິເວນເດີນພະທາດຫລວງວຽງຈັນ ເມື່ອກາຍໄປ-ກາຍມາ ຈິ່ງເຫັນຄະນະຮັບຜິດຊອບ ທຸກຝ່າຍ-ທຸກຂະແຫນງການ ພວມຂຸ້ນຂຽວ ປັບປຸງບູລະນະ ພ້ອມທັງເລີມມີການຕົບແຕ່ງປະດັບປະດາ ທຳຄວາມສະອາດ ແລະ ກະກຽມສະຖານທີ່ຕ່າງໆ ຢ່າງເປັນຂະບວນການຟົດຟື້ນ, ໂດຍສະເພາະ ການສ້ອມແປງ ເດີນ ເພື່ອຮອງຮັບງານ, ການທຳຄວາມສະອາດ ຂອບທາງ, ຈຸດຕັ້ງຝາມຂອງຄະນະສົງ ເບື້ອງວັດ ທາດຫລວງເຫລືອ ແລະ ທາດຫລວງໃຕ້, ນອກຈາກນີ້ ຍັງມີການຕົບແຕ່ງທຳຄວາມສະອາດ ບໍລິເວນເດີນຫຍ້າ ແລະ ຂອບທາງອ້ອມຮ້ອມບໍລິເວນທາດຫລວງ. ບຸນນະມັດສະການພະທາດຫລວງວຍງຈັນ ນັບໄດ້ວ່າເປັນບຸນໃຫຍ່ ຂອງຊາດ ທີ່ມີຄວາມສຳຄັນ ຕໍ່ປະຊາຊົນລາວ ພະທາດຫລວງເປັນພະທາດໃຫຍ່ ທີ່ມີຄວາມສັກສິດ ເປັນສູນລວມດວງໃຈ ຂອງປວງຊົນລາວທັງຊາດ ເປັນສັນຍາລັກ ທາງດ້ານວັດທະນະທຳ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ ໃນແຕ່ລະປີ ບຸນນະມັດສະການພະທາດຫລວງວຽງຈັນ ໄດ້ຈະໄດ້ຈັດຂື້ນ ພ້ອມທັງມີການວາງສະແດງສິນຄ້າ ທາງກະສິກຳ, ຫັດຖະກຳ ແລະ ອຸດສະຫະກຳ ຕ່າງໆ ເຊີ່ງໃນແຕ່ລະມື້ ຈະມີກິດຈະກຳ ແລະ ການຄົບງັນ ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ, ສຳລັບປີນີ້ ແມ່ນເປັນປີທີ່ມີຄວາມຫມາຍສຳຄັນ ເພາະ ສປປ ລາວ ແມ່ນຈະໄດ້ເປີດປີທ່ອງທ່ຽວລາວ 2018 ໄປພ້ອມໆກັນ ກັບງານບຸນນະມັດສະການພະທາດຫລວງ ໃນມື້ວັນທີ 28 ຕຸລາ ແລະ ເຊື່ອແນ່ວ່າ ງານບຸນນະມັດສະການພະທາດຫລວງວຽງຈັນ ໃນປີນີ້ ແມ່ນຈະມີຄວາມຄຶກຄື້ນເປັນພິເສດ ຢ່າງແນ້ນອນ ແລະ ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ຢ້ຽມຢາມ ສປປ ລາວ ຫລາຍ ຢ່າງແນ່ນອນ.
Editor: ກຳປານາດ ລັດຖະເຮົ້າ