ເພື່ອເປັນການສະເຫລີມສະຫລອງ ວັນວິທະຍາສາດແຫ່ງຊາດ 12 ຕຸລາ ແລະ ວັນສ້າງຕັ້ງອົງການມາດຕະຖານສາກົນ 14 ຕຸລາ ປະຈຳປີ 2017 ນີ້, ໃຫ້ມີຂະບວນການຟົດຟື້ນທົ່ວສັງຄົມ ດັ່ງນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມຜູ້ຈັດຕັ້ງ ແລະ ກ່ຽວຂ້ອງ ທັງ 2 ວັນດັ່ງກ່າວ ຈິ່ງໄດ້ຈັດງານແຂ່ງຂັນກອບ ຂື້ນໃນຕອນເຊົ້າວັນທີ 14 ຕຸລາ 2017 ທີ່ຜ່ານມາ ທີ່ສະຫນາມກອບ ລາວຄັນທີຄຣັບ, ນະຄອນຫລວງວຽງຈັນ. ໃນພິທີເປີດການແຂ່ງຂັນ ໂດຍໄດ້ຮັບກຽດເຂົ້າຮ່ວມ ການແຂ່ງຂັນ ຄັ້ງນີ້ ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ບັນດາການນໍາ ທ່ານລັດຖະມົນຕີ ຈາກກະຊວງ ຕ່າງໆ, ບັນດາກົມ ແລະ ແຂກທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກ່ອນຫນ້ານີ້ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຖະແຫລງ ແລະ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວັນວິທະຍາສາດແຫ່ງຊາດ 12 ຕຸລາ ແລະ ວັນສ້າງຕັ້ງອົງການມາດຕະຖານສາກົນ 14 ຕຸລາ ວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງຈົດຈໍ່ ເຊີ່ງໄດ້ສະແດງອອກເຖິງແນວທາງນະໂຍບາຍຂອງພັກ, ບັນດາກົດຫມາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ໃນນັ້ນແມ່ນໄດ້ເລັງໃສ່ພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ. ສຳລັບການຄົ້ນຄວ້າ ແລະ ພັດທະນາ ລວມທັງການນຳໃຊ້ຄວາມກ້າວຫນ້າທາງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາ ຢູ່ປະເທດເຮົາ, ພົ້ນເດັ່ນທີ່ສຸດ ແມ່ນການສ້າງຕັ້ງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂື້ນໃນປີ 2011 ໄດ້ກາຍເປັນບາດກ້າວກະໂດດ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອວິທະຍາສາດ ແລະ ເຕັກໂນໂລຊີ ໃນປະເທດເຮົາ. ມາເຖິງປະຈູບັນວຽກງານ ຂະແຫນງວິທະຍາສາດ ແລະ ເຕັກໂນໂລຊີ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການປັບປຸງ ແລະ ພັດທະນາ ຢ່າງເປັນລະບົບ ເຊັ່ນ: ການພັດທະນາວຽກງານວິທະຍາສາດບໍລິການ, ການຮ່ວມມືທາງດ້ານວິທະຍາສາດ ຫລາຍຝ່າຍ ແລະ ການສົ່ງເສີມວຽກງານວິທະຍາສາດ ສູ່ຂະແຫນງອື່ນໆ.
ມາໃນເຊົ້າວັນທີ 15 ຕຸລາ 2017 ຢູ່ທີ່ສວນປະຕູໄຊ ກະຊວງວິທະຍາສາດ ໄດ້ຈັດກິດຈະກຳ ຍ່າງເພື່ອສຸຂະພາບ ຂື້ນ ເຊີ່ງມີພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເຂົ້າຮ່ວມ ຫລາຍກວ່າ 1 ພັນຄົນ, ການຈຸດງານດັ່ງກ່າວ ເພື່ອເປັນການສະເຫລີມສະຫລອງ 2 ວັນສຳຄັນ ຄື ວັນວິທະຍາສາດແຫ່ງຊາດ ແລະ ວັນມາດຕະຖານ ສາກົນ. ຈຸດປະສົງ ຂອງການສະເຫລີມສະຫລອງ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ຜູ້ສ້າງນິຕິກຳ ກ່ຽວກັບມາດຕະຖານ ແລະ ຄຸນນະພາບ, ຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ, ນັກທຸລະກິດ ເຂົ້າໃຈເລີກເຊີ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ, ພ້ອມກັນນັ້ນກໍ່ເພື່ອພັດທະນາ-ສົ່ງເສີມການຜະລິດ ແລະ ການບໍລິການ ມີບົດບາດສຳຄັນໃນການພັດທະນາແບບຢືນຢົງ.
Editor: ກຳປານາດ ລັດຖະເຮົ້າ