ໜຶ່ງແລວທາງ ໜຶ່ງເສັ້ນທາງ ອົງການພຸດທະສາສະໜາອາຊີ (The Belt and Road Asian Buddhist Forum) ພຣະສົງຈີນ ຈຳນວນ 108 ອົງ ຈະເລີນຮອຍຕາມພຣະສະມະນະ ສວຽນຈ້າງ (ພຣະຖັງສໍາຈັງ) ມີເປົ່າໝາຍສົ່ງມອບພຣະໄຕຣປີດົກ ສູ່ປະເທດອິນເດຍ”
ພຣະສົງຈີນນິກາຍມະຫາຍານ 108 ອົງ ຍ່າງທຸດົງຈາກເມືອງຊີອານ ສປ ຈີນ, ຕັ້ງແຕ່ວັນທີ 09/09/2017 ມາຮອດວັນທີ 8/10/2017 ໄດ້ເຂົ້າມາຮອດ ສປປ ລາວ ແລ້ວ, ໂດຍຈະຜ່ານ ແຂວງຫຼວງນໍ້າທາ ແຂວງອຸດົມໄຊ ແຂວງຫຼວງພະບາງ ແຂວງວຽງຈັນ ນະຄອນຫຼວງວຽງຈັນ ແຂວງບໍລິຄຳໄຊ ແຂວງຄຳມ່ວນ ແຂວງສະຫວັນນະເຂດ ແຂວງສາລະວັນ ແຂວງຈຳປາສັກ ແລ້ວຈະເຂົ້າປະເທດກຳປູເຈຍ ໂດຍມີຈຸດມຸ້ງໝາຍສູ່ແດນພຸດທະພູມ ເມືອງພຸດທະຄະຍາ ປະເທດອິນເດຍ,
ແຫລ່ງຂ່າວ ໄດ້ລາຍງານໃຫ້ຮູ້ວ່າ ໃນວັນທີ 9 ຕຸລາ ບັນດາພະສົງ ໄດ້ຜ່ານແຂວງຫລວງນ້ໍາທາ ແລະ ແຂວງອຸດົມໄຊ, ສຳລັບວັນທີ 10 ຕຸລາ ຜ່ານແຂວງຫລວງພະບາງ, ສ່ວນວັນທີ 11 ແລະ 12 ຕຸລາ ມາຜ່ານແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ.
ຂໍອະນຸໂມທະນາໃນມະຫາກຸສົນນີ້.
Editor: ກຳປານາດ ລັດຖະເຮົ້າ