ພິທີມອບ-ຮັບລາງວັນດີເດັ່ນມາດຕະຖານອາຊຽນ ສະຖານທີ່ທ່ອງທ່ຽວ ຖໍ້າກອງລໍ ແມ່ນໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ແຂວງຄຳມ່ວນ. ເມື່ອເວົ້າເຖິງຖ້ຳກອງລໍ, ເປັນແຫຼ່ງທ່ອງທ່ຽວມະຫັດສະຈັນ ທາງທຳມະຊາດ ອີກແຫ່ງໜຶ່ງຂອງແຂວງຄຳມ່ວນ ທີ່ມີຊື່ສຽງໂດງດັງໃນດ້ານຄວາມງາມ ແລະ ຄວາມມະຫັດສະຈັນ ທຳມະຊາດ ເຊິ່ງພາຍໃນຖໍ້າມີລວງຍາວ 7,5 ກິໂລແມັດ, ສາມາດນັ່ງເຮືອເຂົ້າໄປຊົມຄວາມສວຍງາມຢູ່ໃນຖ້ຳໄດ້ຍ່າງສະດວກ ສະບາຍ. ການໄປຢ້ຽມຢາມຖ້ຳກອງລໍ ຄວນໄປນອນຢູ່ບ້ານນາຕານ ຫຼື ບ້ານກອງລໍ ນອກນັ້ນຍັງມີເຮືອນພັກສາລາຫີນບູນ ແລະ ເຮືອນພັກບ້ານຄູນຄຳ (ບາງຄົນເອີ້ນວ່າ ບ້ານນາຫີນ) ຊຶ່ງເປັນປະຕູດ່ານເຂົ້າໄປຫາຖ້ຳກອງລໍ, ຈາກເສັ້ນທາງ ເລກທີ 13 ເຂົ້າໄປທາງເລກ 8 ຮອດບ້ານຄູນຄຳ ຈາກນັ້ນທ່ານອາດຈະຂີ່ເຮືອ ຫຼື ລົດໄປທາງບ້ານກອງລໍ.
ພາຍໃນຖ້ຳເຕັມໄປດ້ວຍຫີນງອກ, ຫີນ ຍ້ອຍຂະຫນາດໃຫຍ່, ມີແມ່ນ້ຳໄຫລຜ່ານ, ມີຫາດຊາຍ, ແກ້ງຫີນ ແລະ ຄວາມຫລາກຫລາຍທາງຊີວະພາບອື່ນໆ ທີ່ເຊື່ອງຊ້ອນພາຍໃນຖໍ້າ. ຊາວບ້ານໄດ້ໃຊ້ຖ້ຳແຫ່ງນີ້ ເປັນເສັ້ນທາງຄົມມະນາຄົມມາຍາວນານ ກ່ອນການທ່ອງທ່ຽວມາເຖິງ, ເນື່ອງຈາກຫມູ່ບ້ານນາຕານ ທີ່ຕັ້ງຢູ່ອີກຟາກຂອງປາກຖ້ຳ ນັ້ນບໍ່ມີຖະຫນົນເຂົ້າ-ອອກ ເນື່ອງຈາກຖືກປິດລ້ອມດ້ວຍສາຍພູຫີນບູນທີ່ສູງຊັນ ດັ່ງນັ້ນ, ຊາວບ້ານຈິ່ງຕ້ອງໃຊ້ເຮືອຫາງຍາວເປັນພາຫະນະໃນການເດີນທາງສູ່ໂລກພາຍນອກ ເປັນໄລຍະທາງກວ່າ 7 ກິໂລແມັດ. ການເດີນທາງມາທ່ຽວຖໍ້າກອງລໍ ປະຈຸບັນແມ່ນມີຄວາມສະດວກສະບາຍ ມີຖະຫນົນຫົນທາງ ເຂົ້າເຖິງ, ພ້ອມນັ້ນ ຍັງມີສິ່ງອຳນວຍຄວາມສະດວກ ຢ່າງຫລວງຫລາຍ ເຊັ່ນ: ທີ່ພັກ-ຮ້ານອາຫານ, ລົດນຳສົ່ງ, ພະນັກງານນຳທ່ຽວ ປະຈຳບ້ານ, ສະມາຄົມເຮືອຈັກ ຫລື ເຮືອຫາງຍາວ ແລະ ອື່ນໆ. ຖໍ້າກອງລໍ ໄດ້ເລີມມີຊື່ສຽງໂດ່ງດັ່ງ ເກືອບ 10 ປີ, ພາຍຫລັງເປີດປະຕູ ເປັນແຫລ່ງທ່ອງທ່ຽວ ໃຫມ່ ຂອງແຂວງຄໍາມ່ວນ ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍ່ພາກັນຫລັງໄຫລ ມາທ່ຽວຊົມ ສຳຜັດ ກັບຄວາມງາມ ທີ່ຫນ້າອັດສະຈັນ ພາຍໃນຖໍ້າກອງລໍ ແຫ່ງນີ້, ຫລັງຈາກນັ້ນ ພາກສ່ວນທີ່ກ່ຽວຂ້ອງ ແລະ ບ້ານ ໄດ້ມີການຮ່ວມມື ຕັງເປັນສະມາຄົມ ເພື່ອເຮັດໃຫ້ປະຊາຊົນພາຍໃນ 2 ບ້ານໄດ້ມີສ່ວນຮ່ວມ ກັບການທ່ອງທ່ຽວຫລາຍຂື້ນ ຫລື ການທ່ອງທ່ຽວແບບມີສ່ວນຮ່ວມ, ການທ່ອງທ່ຽວແບບອະນຸລັກ ເຮັດໃຫ້ປະຊາຊົນ ໄດ້ມີວຽກເຮັດງານທຳ, ມີລາຍຮັບຈາກການທ່ອງທ່ຽວ ຄືການໃຫ້ບໍລິການນຳທ່ຽວແກ່ນັກທ່ອງທ່ຽວ, ການບໍລິການເຮືອຫາງຍາວ, ການສ້າງເຮືອນພັກແຮມແບບໂຮມສະເຕ ແລະ ກິດຈະກຳອື່ນໆ ທີ່ຕິດພັນກັບວິຖີ-ຊີວິດ ແລະ ວັດທະນະທຳ ໃນທ້ອງຖິ່ນ
Editor: ກຳປານາດ ລັດຖະເຮົ້າ