ງານສະແດງສິລະປະ-ວັດທະນະທຳ ຂຶງຄະນະຊາວຫນຸ່ມລາວ ໃນໂຄງການຊາວຫນຸ່ມເດີນທະເລ ອາຊຽນ-ຍິ່ປຸ່ນ ຄັ້ງທີ 44 ປະຈຳປີ 2017 ໄດ້ຈັດຂື້ນທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນຄ່ໍາຄຶນວັນທີ 7 ຕຸລາ ທີ່ຜ່ານມາ, ໂດຍໄດ້ຮັບກຽດ ກ່າວເປີດງານ ແລະ ລັ່ນຄ້ອງ 9 ບາດ ເປີດການສະແດງຢ່າງເປັນທາງການ ຈາກທ່ານ ດຣ, ສອນທະນຸ ທຳມະວົງ ເລຂາຄະນະບໍລິຫານງານ ສູນກາງ ຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ເຂົ້າຮ່ວມຮັບຊົມ ມີບັນດາການນຳ, ຈາກກະຊວງ, ອົງການຈັດຕັ້ງມະຫາຊົນ, ບັນດາແຂກ, ຊາວຫນຸ່ມ ແລະ ມວນຊົນ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ເປັນຈຳນວນຫລວງຫລາຍ.
ໂຄງການຊາວຫນຸ່ມເດີນທະເລ-ຍີ່ປຸ່ນ ແມ່ນໂຄງການທີ່ໄດ້ຮັບການສະຫນັບສະຫນູນ ຊ່ວຍເຫລືອ ຈາກລັດຖະບານ ຍີ່ປຸ່ນ ໂດຍມີຈຸດປະສົງ ເພື່ອເຮັດໃຫ້ຖຄງການດັ່ງກ່າວ ເປັນເວທີ ໃຫ້ຊາວຫນຸ່ມ ຈາກບັນດາປະເທດສະມາຊິກອາຊຽນ ແລະ ຊາວຫນຸ່ມປະເທດຍີ່ປຸ່ນ ໄດ້ມີການເສີມສ້າງມິດຕະພາບ, ສາຍພົວພັນຮ່ວມມື, ຄວາມເຂົ້າໃຈ ເຊີ່ງກັນ ແລະ ກັນ ໂດຍຜ່ານການເຮັດກິດຈະກຳແລກປ່ຽນວັດທະນະທຳ ແລະ ການສົນທະນາ ໃນຫົວຂໍ້ຕ່າງໆ ທີ່ຕິດພັນກັບກັນການພັດທະນາເສດຖະກິດ,ວັດທະນະທໍາ-ສັງຄົມ ແລະ ການສຶກສາຂອງບັນດາປະເທດ ສະມາຊິກອາຊຽນ ແລະ ຍີ່ປຸ່ນ. ໂຄງການດັ່ງດັ່ງກ່າວ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ໃນປີ 1974 ເປັນຕົ້ນມາ, ເຖິງ ປີ 2017 ນີ້ ຄົບຮອບ 44 ປີ.
ໂຄງການນີ້ ຍັງເປັນໂຄງການທີ່ສົ່ງເສີມຄວາມສາມາດ ແລະ ບົດບາດ ຊາວຫນຸ່ມລາວ ໃນເວທີ ສາກົນ ໃນປີ 2017 ນີ້, ເປັນປີແຫ່ງຄວາມພາກພູມໃຈ ຂອງຊາວຫນຸ່ມທຸກທົ່ວຫນ້າ ທີ່ໄດ້ເປັນສ່ວນຫນຶ່ງ ໃນການສະເຫລີມສະຫລອງ ວາລະສຳຄັນທີ່ຍີ່ງໃຫຍ່ ຄື: ວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ, ການເຂົ້າຮ່ວມໂຄງການຊາວຫນຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຂອງ ສປປ ລາວ ໃນປີ 1998 ເປັນຕົ້ນມາ ສູນກາງຊາວຫນຸ່ມ ໄດ້ຄັດເລືອກເອົາຊາວຫນຸ່ມລາວ ຈຳນວນ 29 ທ່ານ ເພື່ອເປັນຕົວແທນເຂົ້າຮ່ວມໂຄງການດັ່ງກ່າວ, ເຊີ່ງຈະໄດ້ໃຂ້ເວລາ 52 ວັນ ຕາມແຜນການເຄື່ອນໄຫວ ຂອງໂຄງການ, ໃນນັ້ນ ແມ່ນຈະໄດ້ຢ້ຽມຢາມ 6 ປະເທດ ຄື: ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ, ອິນໂດເນຍເຊຍ, ແລະ ມາເລເຊຍ.
Editor: ກຳປານາດ ລັດຖະເຮົ້າ