ມາເບີ່ງພາບບັນຍາກາດງານບຸນອອກພັນສາປະວໍລະນາ ທີ່ເມືອງວັງວຽງ ໃນລະຫວ່າງວັນທີ 4-5 ຕຸລາ 2017 ຜ່ານມາ ເພື່ອເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ ທີ່ ເຄີຍປະຕິບັດສຶບຕໍ່ກັນມາ ແລະ ທັງເປັນການເຕົ້າໂຮມຄວາມສາມັກຄີ ໃຫ້ເປັນນ້ຳໜຶ່ງໃຈດຽວກັນ, ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ພາຍໃນເມືອງວັງວຽງໃຫ້ມີຂະບວນຟົດຟື້ນ, ດືງດູດການທ່ອງທ່ຽວ ເພີ່ມສີສັນການທ່ອງທ່ຽວ ຕິດພັນກັບຮິດຄອງປະເພນີອັນດີງາມ ໃນທ້ອງຖີ່ນອີກດ້ວຍ.
ສໍາລັບວັນທີ 4 ຕຸລາ 2017 ຜ່ານມາ ຕອນແລງແລງໄດ້ມີຂະບວນການແຫ່ທຽນພັນສາ ເຊີ່ງຂະບວນແຫ່ແມ່ນໄດ້ເລີ່ມຈາກ ສະໂມສອນໃຫຍ່ຂອງເມືອງໄປຫາ ວັດມະຫາທາດບ້ານວັງວຽງ ໂດຍພາຍໃຕ້ການນຳພາຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆວັງວຽງ. ມີບັນດາທ່ານຄະນະປະຈໍາພັກເມືອງກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການຈັດຕັ້ງມະຫາຊົນ ແລະ ພໍ່ແມ່ປະຊາຊົນ ນ້ອງນ້ອຍນັກຮຽນ-ມວນຊົນພາຍໃນເມືອງວັງວຽງ ເຂົ້າຮ່ວມ ຈຳນວນຫລວງຫລາຍ. ພາຍຫລັງເຖິງວັດມະຫາທາດ ແມ່ນໄດ້ມີພິທີທາງສາສະຫນາ ໄຫວພະຮັບສິນ ແລະ ອື່ນໆ ຕາມລຳດັບ
ສ່ວນວັນທີ 5 ຕຸລາ 2017 ຜ່ານມາຢູ່ທີ່ ສາຍນ້ໍາຊອງ ເມືອງວັງວຽງ ໄດ້ມີການແຂ່ງຂັນເຮືອຊ່ວງປະຈຳປີ 2017, ເຊິ່ງໃນພິທີໂດຍເຂົ້າຮ່ວມຮັບຊົມມີ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ມີບັນດາ ບໍລິສັດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນເຂົ້າຊົມຢ່າງຄັບຄາຫຼວງຫລາຍ ເຕັມໄປດ້ວຍສຽງເຊຍ ເບີກບານມ່ວນຊື່ນ. ສຳລັບງານແຂ່ງຂັນຊ່ວງເຮືອ ປະຈຳປີໃນຄັ້ງນີ້ ປະກອບມີເຮືອເຂົ້າແຂ່ງ ຂັນທັງໝົດ 20 ລຳ, ໃນນັ້ນເພດຊາຍ 20 ຄະນະ ແລະ ເພດຍິງ 8 ຄະນະ, ການແຂ່ງຂັນແມ່ນໄດ້ຈັດຕາມລະບຽບ ຢ່າງຖືກຕ້ອງ ແລະ ເປັນທຳ ຜົນການແຂ່ງຂັນເຮືອ ຊ່ວງປະຈຳປີ 2017 ໃນປີນີ້ ປະເພດຊາຍ ຊະນະເລີດ
- ທີ 1 ແມ່ນບ້ານຫູກຈອມມະນີ (1),
- ທີ 2 ແນວລາວສ້າງຊາດເມືອງວັງວຽງ ສາມ ອົງການຈັດຕັ້ງມະຫາຊົນ,
- ທີ 3 ແມ່ນກອງພົນທີ 1
- ປະເພດຍິງ ຊະນະເລີດ
- ທີ 1 ບ້ານທ່າເຮືອເໜືອ,
- ທີ 2 ບ້ານຂັນໝາກ,
- ທີ 3 ບ້ານທ່າເຮືອໃຕ້.
ພິເສດໃນປີນີ້ ເພື່ອເປັນການເພີ່ມກິດຈະກໍາ ແລະ ບັນຍາກາດ ໃຫ້ຫລາຍຂື້ນ ທາງເມືອງວັງວຽງ ຈິງຈັດໃຫ້ມີການແຂ່ງຂັນ ເຮືອກາຍັກ ເປັນອີກຫນຶ່ງການແຂ່ງຂັນ ທີ່ຮຽກສຽງເຊຍ ຈາກກອງເຊຍ ໄດ້ເປັນຢ່າງດີ. ສ່ວນຜົນການແຂ່ງຂັນ ປະກົດວ່າ:
- ທີ 1 ແມ່ນບໍລິສັດ ທົ່ວພັນວັນເດີພູນ
- ທີ 2 ໜ່ວຍບໍລິການ ອຣໍກະໄນ
- ທີ 3 ບໍລິສັດພອນທົ່ວ
ໃນພິທີມອບ-ຮັບ ລາງວັນດັ່ງກ່າວໃຫ້ກຽດມອບລາງວັນການແຂ່ງຂັນເຮືອກາຍັກ
ທີ1,2 ແລະ 3 ໂດຍແມ່ນ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເຈົ້າເມືອງໆວັງວຽງ. ຂື້ນຮັບແມ່ນຕາງຫນ້າຜູ້ເຂົ້າແຂ່ງຂັນ ໃນແຕ່ລະທີມ. ແລະໃຫ້ກຽດມອບລາງວັນການແຂ່ງຂັນຊ່ວງເຮືອ ປະເພດຍິງ - ປະເພດຊາຍ ແຕ່ລະທີມ ທີ 1,2 ແລະ 3 ໂດຍແມ່ນ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ ແລະ ຂື້ນຮັບ ແມ່ນນັກກິລາໃນແຕ່ລະທີມ, ແຕ່ລະປະເພດ.
Editor: ກຳປານາດ ລັດຖະເຮົ້າ