ເພັງ 15 ຄໍ່າ ເດືອນ 11 ເປັນມື້ອອກພັນສາ ປະວໍລະນາ ທຸກໆປີ ທ່າວັດຈັນ ແຄມຂອງ ແມ່ນເຕັມໄປດ້ວຍຜູ້ຄົນ ທີ່ນຳເອົາເຮືອໄຟນ້ອຍ ລົງໄປໄຫລ ຕາມຄວາມເຊື່ອ ແລະ ສັດທາ ທີ່ແຕກຕ່າງກັນ, ແລະ ເພື່ອເປັນການສົ່ງເສີມຮິດຄອງປະເພນີ-ວັດທະນະທຳອັນດີງາມ ທີ່ທ່າວັດຈັນ ທຸກໆປີ ແມ່ນໄດ້ມີການໄຫລເຮືອໄຟນ້ໍາ ຂະຫນາດໃຫຍ່ ທີ່ມາຈາກຫລາຍເມືອງ ພາຍໃນນະຄອນຫລວງວຽງຈັນ ເພື່ອສະແດງຄວາມສວຍງາມ ແກ່ຜູ້ຄົນທີ່ມາທ່ຽວງານບຸນດັ່ງກ່າວ, ການໄຫລເຮືອໄຟ ແມ່ນມີຫລາຍຄວາມເຊື່ອ ທາງດ້ານຈິດໃຈ ເຊັ່ນ: ເປັນການບູຊາພະລັດຕະນະໄຕຣ, ເປັນການບູຊາແມ່ນໍ້າ, ການສະເຫລີມສະຫລອງຜົນສຳເລັດດ້ານກະສິກຳ, ການບູຊາພະຍານາກ ທີ່ບັນດາຄວາມສົມບູນພູນສຸກ ແລະ ອື່ນໆ ທີ່ມີຄວາມເຊື່ອທີ່ແຕກຕ່າງກັນ. ເພື່ອເປັນການສົ່ງເສີມ ໃນການໄຫລເຮືອໄຟ ທາງຄະນະກຳມະການ ຍັງໄດ້ມີການຕັ້ງລາງວັນ ເຮືອໄຟທີ່ມີການປະດັບເອ້ຍ້ອງງາມ ໃນທຸກໆປີ.
ນອກຈາກນີ້ ຍັງມີການຂຸດບັງໄຟດອກ ໃຫຍ່, ບັ້ງໄປຕະໄລ: ພູ ທີ່ສວຍງາມ ແກ່ຜູ້ຄົນ ທີ່ມາທ່ຽວພາຍໃນງານ ເຮັດໃຫ້ ຄໍ່າຄືນໃນມື້ 15 ຄໍ່າ ທີ່ທ່າວັດຈັນ ເຕັມໄປດ້ວຍ ແສງໄຟ, ແສງທຽນ.
Editor: ກຳປານາດ ລັດຖະເຮົ້າ