ເພື່ອເປັນການສ້າງສີສັນ ທາງດ້ານວັດທະນະທຳ ໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ແມ່ນມີຫລາຍກິດຈະກຳ ໃນແຕ່ລະຄໍ່າຄືນ ເຊັ່ນກັບເວທີກາງ ແຕ່ລະຄໍ່າຄືນແມ່ນໄດ້ນຳເອົາການສະແດງ ທາງດ້ານວັດທະນະທຳ ມາສະແດງ ບໍ່ວ່າ ຈະເປັນ ການຟ້ອນສະປະ-ວັນນະຄະດີ ເຊີ່ງມາຈາກຫລາຍເມືອງ ຫລາຍພາກສ່ວນ ພາຍໃນນະຄອນຫລວງວຽງຈັນ, ນອກຈາກນັ້ນ ຍັງມີການສະແດງສີລະປະພື້ນເມືອງ, ເຄື່ອງດົນຕຣີພື້ນເມືອງ ເຮັດໃຫ້ຜູ້ຄົນ ທັງຄົນລາວ ແລະ ຕ່າງປະເທດ ຊື້ນຊົມກັບການສະແດງດັ່ງກ່າວ, ແລະ ໃນແຕ່ລະຄໍ່າຄືນ ແມ່ນໄດ້ນຳເອົາການສະແດງ ມາສະແດງ ຫລາຍລາຍການ ,,,,ທັງບົດຟ້ອນ, ບົດຮ້ອງ, ເສບ-ລຳ ທີ່ບົ່ງບອກເຖີງວັດທະນະທຳ-ຮິດຄອງປະເພນີ ແລະ ການນຸ່ງຖືອັນຈົບງາມ ຂອງລາວເຮົາ.
Editor: ກຳປານາດ ລັດຖະເຮົ້າ