ຄືນວັນທີ 5 ຕຸລາ ເຊີ່ງເປັນມື້ຂື້ນ 15 ຄໍ່າ ເດືອນ 11 ເພັງລາວ ເປັນມື້ອອກພັນສາປະວໍລະນາ ນອກຈາກໃນພາກເຊົ້າຈະມີພິທີທາງພຸດທະສາສະຫນາ ແລ້ວ ໃນຕອນຄໍ່າ ກໍ່ມີຫລາຍກິດຈະກຳ ທີ່ຫນ້າສົນໃຈ ໂດຍສະເພາະ ການໄຫລເຮືອໄຟໂຄກ, ເຮືອໄຟນໍ້າ ແລະ ການວຽນທຽນ. ສຳລັບທີ່ວັດອົງຕື້ ມະຫາວິຫານ ທີ່ນະຄອນຫລວງວຽງຈັນ ໃນປີນີ້ ແມ່ນໄດ້ມີການໄຕ້ໂຄມໄຟ ເພື່ອເປັນພຸດທະບູຊາ ຈຳນວນ 1,999 ດວງ ອ້ອມພຸດທະສິມມາໃຫຍ່ ເຊີ່ງມີມວນຊົນ ມາຮ່ວມງານເປັນຈຳນວນຫລວງຫລາຍ ເພື່ອຊື່ນຊົມຄວາມງາມ ແລະ ເກັບພາບ ໄວ້, ການຈັດກິດຈະກຳ ໄຕ້ໂຄມໄຟ ທີ່ວັດອົງຕື້ ໃນປີນີ້ ແມ່ນເປັນປີທຳອິດ ທີ່ໄດ້ຈັດຂື້ນ ເພື່ອໃຫ້ມີຄວາມແຕກຕ່າງຈາກປີທີ່ຜ່ານມາ, ແລະ ການໄຕ້ໂຄມໄຟດັ່ງກ່າວ ຜ່ານມາ ກໍ່ມີແຕ່ທີ່ແຂວງຫລວງພະບາງ .
Editor: ກຳປານາດ ລັດຖະເຮົ້າ