ເຊົ້າມື້ນີ້ ທີ່ວັດອົງຕື້ມະຫາວິຫານ ມວນຊົນ ໄດ້ພ້ອມກັນ ຮ່ວມພິທີໃສ່ບາດ ຖະຫວາຍສັງຄະທານ ເຮັດບຸນໃນມື້ບຸນອອກພັນສາ ປະວໍລະນາ ປະຈຳປີ 2017 ຢ່າງເປັນຂະບວນຟົດຟື້ນ, ຄຳວ່າ: ອອກພັນສາ ນັ້ນໄດ້ແກ່ ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫລັງຈາກການ ເຂົ້າຈຳພັນສາຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອ່ື່ນໄດ້ ຫລື ເອີ້ນອີກຢ່າງໜຶ້ງວ່າ: ການອອກຈາກ ລະດູຝົນ. ເມ່ືອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫລາຍ ພາກັນຈັດຫາ ວັດຖຸທານຕ່າງໆ ມາໄວ້ຖວາຍທານ ຕາມກຳລັງສັດທາ ຂອງຕົນ. ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ລາວ, ຕອນເຊົ້່າ ມວນຊົນ ຊາວພຸດກໍ່ມາ ເຕົ້າໂຮມກັນ ຖວາຍຂອງທານ ທີ່ໄດ້ກະກຽມໄວ້ ພ້ອມດ້ວຍການໃສບາດຢູ່-ຢາດນ້ຳ ຢູ່ຕາມສະຖານທີ່ວັດແຫ່ງຕ່າງໆ,. ເປັນການສຶບທອດວັດທະນະທຳຮິດຄອງປະເພນີ ຊາວພຸດ ທີ່ສຶບທອດກັນມາແຕ່ບູຮານນາການ. ຕາມປະເພນີລາວ ແຕ່ເກ່ົາແລ້ວ ເວລາໃກ້ຈະຮອດ ວັນບຸນອອກພັນສາປະວໍລະນາ ຊາວບ້ານໄດ້ກະກຽມ ເຮັດ ບັ້ງໄຟດອກ ເພື່ອຈູດສະຫລອງ ໃນມື້ເພັງ 15 ຄ່ຳ ແລະ ມີການໃຕ້ເຮືອໄຟໂຄກ, ການວຽນທຽນ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດ-ພະທຳ ແລະ ພະສົງ ແລະ ອື່ນໆ.
ນອກຈາກນັ້ນ. ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງໃຜລາວ ເພື່ອບູຊາຄຸນພະພຸດ-ພະທຳ ແລະ ພະສົງ. ທີ່ເຮັດແບບງ່າຍດາຍ ຈາກທ່ອນກ້ວຍ. ຫລື ຮາບໄມ້, ສຳລັບໃນບໍລິເວນທ່ານ້ໍາ ແມ່ນມີການໄຫລເຮືອໄຟ ແມ່ນເພື່ອສົມມາຄາລະວະ ພ້ອມທັງບວງ ສວງ ຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳລຳເຊ ຕະຫລອດຮອດ ຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງຫລາຍໄດ້ທຳມາຫາກິນຢ່າງສະຫງົບສຸກ.ບາງທ້ອງຖິ່ນ ເພື່ອເຮັດໃຫ້ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອ ມີບັນຍາກາດພົດຟື້ນ ຈີ່ງໄດ້ມີການຈັດງານຕະຫລາດນັດ ໄປພ້ອມ ເພື່ອຂາຍສິນຄ້າ ແລະ ທັງສ້າງຄວາມຄຶກຄື້ນລື້ນເລີງຕ່າງໆພາຍໃນງານ, ສຳລັບທີ່ທ່າວັດຈັນ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ບາງປີແມ່ນໄດ້ຈັດຂື້ນຢ່າງຍິ່ງໃຫຍ່ ແລະ ປະກອບດ້ວຍກິດຈະກຳທີ່ຫລາກຫລາຍ ທາງດ້ານວັດທະນະທຳ ເຊັ່ນ: ການສະແດງມວຍລາວ, ການສະແດງສີລະປະ-ວັນນະຄະດີ, ການແຂ່ງຂັນປະກວດເຮືອໄຟງາມ, ການຈູດບັ້ງໄຟດອກ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ