ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທ່າວັດຈັນ, ທີ່ນະຄອນຫລວງວຽງຈັນ ໃນທຸກໆ ແມ່ນມີບັນຍາກາດ ທີ່ຟົດຟື້ນ ເຕັມໄປດ້ວຍຝຸງຊົນ ທີ່ມາຈາກທຸກສາລະທິດ ເພາະມີຫລາຍກິດຈະກຳ ທີ່ຫນ້າສົນໃຈ ທັງການຂາຍສິນຄ້າ, ປະເພດຕ່າງໆ, ການສະແດງສິລະປະວັນນະຄະດີ ພື້ນເມືອງ, ມວຍກິລາ, ການຂາຍອາຫານການກິນ, ການໂຄສະນາສິນຄ້າ ຂອງບັນດາບໍລິສັດ ແລະ ຫ້າງຮ້ານ, ແລະ ຫນື່ງໃນນັ້ນ ທີ່ເຫັນປະຈັກໃນສາຍຕາ ຄື: ທຸລະກິດຊັດຫມາກປຸ່ມເປົ້າ, ຫລື ຫມາກໂປ່ງ ເຖິງແມ່ນວ່າ ຈະເປັນນ້ອຍໆກໍ່ຕາມ ແຕ່ກໍ່ໄດ້ຮັບຄວາມສົນໃຈ ເປັນຈຳນວນຫລາຍ ໂດຍສະເພາະ ໃນງານບຸນ ປະເພດຕ່າງໆ ໂດຍມີການແລກປ່ຽນກັບຂອງລາງວັນ ເມື່ອຫາກ ຊັດໄດ້, ເຊີ່ງຂອງລາງວັນປະກອບມີຫລາຍປະເພດ ໃຫ້ເລືອກ ສຳລັບລາຄາ ກໍ່ມີຫລາຍລະດັບ 3 ລູກ 2 ພັນກີບ, 3 ລູກ 5 ພັນກີບ, 3 ລູກ 10 ພັນກີບ.
Editor: ກຳປານາດ ລັດຖະເຮົ້າ