ບ່າຍວັນທີ 2 ຕຸລາ 2017 ນີ້ ທີ່ໂຮງແຮມດອນຈັນ ພາເລດ, ນະຄອນຫລວງວຽງຈັນ ກອງປະກວດ ມິສລາວ ໄດ້ຈັດງານຖະແຫລງຂ່າວ ກ່ຽວກັບການປະກວດ ມິສລາວ ປະຈໍາປີ 2017 ເຊີ່ງຈະເລີ່ມເປີດຮັບສະຫມັກ ຈາກແຕ່ລະພາກ ທົ່ວປະເທດ
ພາກກາງ ( ນະຄອນຫລວງວຽງຈັນ ) ລະຫວ່າງວັນທີ 1-20 ຕຸລາ
ພາກໃຕ້ ( ສະຫວັນນະເຂດ ແລະ ຈໍາປາສັກ ) ລະຫວ່າງວັນທີ 8-12 ຕຸລາ
ພາກເໜືອ ( ຫລວງພະບາງ ) ລະຫວ່າງ 15-18 ຕຸລາ
ສຳລັບເງື່ອນໄຂຜູ້ສະຫມັກ ນາງສາວລາວ 2017 ສັນຊາດລາວ, ອາຍຸ 18-25 ປີ, ຄວາມສູງ 165 ຂື້ນເມືອ, ມີຄວາມງາມ, ບໍ່ເຄີຍມີປະຫວັດ, ສຸຂະພາບສົມບູນ, ຮູ້ພາສາອັງກິດ ໂດຍພື້ນຖານ. ເຊິ່ງຖຄງການ ມິສລາວ ແມ່ນຈະໄດ້ເລີ່ມເຄື່ອນໄຫວ ລົງຮັບສະຫມັກ ໃນແຕ່ລະ ໂຮງຮຽນ ເພື່ອເຟັ້ນຫາສາວງາມ ໃນປີ 2017 ນີ້.
ພິເສດ ງານຖະແຫລງຂ່າວ ຄັ້ງນີ້, ຍັງໄດ້ມີການເປີດໂຕ ມິສ ຊຸປຣາ ເນຊັນແນລ ລາວ 2017 ທີ່ຖືກເລືອກ ຄື: ນາງສາວ ກິດສະດາ ວົງໄຊສະຫວາດ ( ມຸກ) ຈາກຕໍາແຫນ່ງຮອງອັນດັບ 2 ຈາກເວທີປະກວດ ມິສແກຣນລາວ 2017 ທີ່ຜ່ານມາ. ເຊີ່ງ ຈະກຽມໂຕເດີນທາງໄປປະກວດ ມິສ ຊຸປຣາ ເນຊັນແນລ ທີ່ປະເທດ ໂປແລນ ແລະ ສາທາລະນະລັດ ເຊັກ ໃນທ້າຍປີນີ້.
ງານປະກວດ ມິສ ຊຸປຣາ ເນຊັນແນລ ( Miss Supra national ) ເປັນເວທີປະກວດໃຫຍ່ 1 ໃນ 5 ເວທີລະດັບໂລກ ປະກອບດ້ວຍ: ເວທີ ມິສຢູນີເວິສ, ເວທີ ມິສເວີຣ, ເວທີມິສ ເອີດ, ເວທີ ມິສອິນເຕີເນຊັນແນລ ແລະ ເວທີ ມິສ ຊຸປຣາ ເນຊັນແນລ.
Editor: ກຳປານາດ ລັດຖະເຮົ້າ