ປີ 2018 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມຫມາຍສຳຄັນ ສຳລັບ ສປປ ລາວ ເພາະ ລາວເຮົາຈະໄດ້ເປີດເປັນປີທ່ອງທ່ຽວລາວ ເພື່ອເຜີຍແຜ່ໂຄສະນາການທ່ອງທ່ຽວ ຂອງລາວ ໃຫ້ສາກົນຮັບຮູ້ອີກຄັ້ງ ພ້ອມກັນນັ້ນຍັງເປັນການດຶງດູດເອົານັກທ່ອງຈາກພາກພື້ນ ແລະ ສາກົນ ຫັນມາທ່ອງທ່ຽວປະເທດລາວ ໃຫ້ນັບມື້ນັບຫລາຍຂື້ນ.
ເວົ້າເລື່ອງວຽກງານການທ່ອງທ່ຽວ ໃນ ສປປ ລາວ ແມ່ນໄດ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພາະ ພັກ ແລະ ລັດຖະບານໄດ້ເປີດກວ້າງ ພ້ອມທັງ ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ນອກນັ້ນ ວຽກງານການທ່ອງທ່ຽວ ຍັງປະກອບສ່ວນສຳຄັນຕໍ່ເສດຖພກຳດສັງຄົມແຫ່ງຊາດ ເຊີ່ງລາຍຮັບຈາກນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມທ່ອງປະເທດລາວ ແມ່ນເປັນລາຍຮັບອັນມະຫາສານ, ປະເທດລາວ ເປັນປະເທດທີ່ມີຄວາມອຸດົມສົມບູນທາງດ້ານທຳມະຊາດ ແລະ ວັດທະນະທຳ, ມີແຫລ່ງທ່ອງທ່ຽວຢ່າງຫລວງຫລາຍ ທັງທີ່ຖືກຂຸດຄົ້ນແລ້ວ ແລະ ຍັງບໍ່ທັນໄດ້ຖືກຂຸດຄົ້ນ, ຫລາຍແຫ່ງໃນທ້ອງຖິ່ນ ໄດ້ມີການຊຸກຍູ້ສົ່ງເສີມ ການພັດທະນາແຫລ່ງທ່ອງທ່ຽວ ເພື່ອໃຫ້ເກີດຂື້ນໃຫມ່ ຮອງຮັບນັກທ່ອງທ່ຽວ ໃນັບມື້ນັບຫລາຍຂື້ນ.
ວັງວຽງ ນັບໄດ້ວ່າ ເປັນເມືອງແຫ່ງສະເຫນ່ ທາງດ້ານການທ່ອງທ່ຽວ ເພາະມີທຳມະຊາດທີ່ສວຍສົດງົດງາມ, ມີອາດ ແລະ ກິດຈະກຳການທ່ອງທ່ຽວ ທີ່ຫລາກຫລາຍ ເຊີ່ງແຕ່ລະປີ ນັກທ່ອງທ່ຽວ ຈາກທຸກມູມໂລກ ເດີນທາງເຂົ້າມາທ່ຽວເມືອງວັງວຽງ ເປັນຈຳນວນຫລວງຫລາຍ ເຫັນໄດ້ ຢ່າງເດັ່ນຊັດ. ການພັດທະນາແຫລ່ງທ່ອງທ່ຽວ ເປັນອີກວຽກງານທີ່ຕ້ອງໄດ້ໃຫ້ຄວາມສຳຄັນ ເພື່ອເຮັດໃຫ້ເມືອງວັງວຽງ ມີສະຖານທີ່ທ່ອງທ່ຽວ ທີ່ຮອງຮັບກັບການມາທ່ຽວຂອງນັກທ່ອງທ່ຽວ. ສະນັ້ນ ຖ້ຳຜາບຸ້ນ ແລະ ບໍ່ນ້ຳທຳມະຊາດ ເປັນອີກສະຖານທີ່ ເປັນແຫລ່ງທ່ອງທ່ຽວໃຫມ່ ທີ່ຫນ້າສົນໃຈ ເພາະມີທຳມະຊາດທີ່ສວຍງາມ, ມີບໍ່ນ້ຳທີ່ສະອາດ, ມີຖ້ຳຜາບຸ້ນ, ພ້ອມກັນນັ້ນ ພາຍໃນສະຖານທີ່ຍັງປະກອບດ້ວຍກິດຈະກຳທີ່ຫລາກຫລາຍເຊັ່ນ: ການຂີ່ເຮືອ, ລ່ອງແພ. ການໂຫນສະລີງ ແລະ ອື່ນໆ.
ທ່ານ ອຳພອນ ທຳມະວົງ ເຈົ້າຂອງສະຖານທີ່ທ່ອງທ່ຽວ ຖ້ຳຜາບຸ້ນ ແລະ ບໍ່ນ້ຳທຳມະຊາດ ໄດ້ກ່າວວ່າ ສະຖານທີ່ດັ່ງກ່າວ ແມ່ນເປັນສະຖານທີ່ທ່ອງທ່ຽວແຫ່ງໃຫມ່ ເຊີ່ງຕັ້ງບໍ່ໄກປານໃດ ຫ່າງຈາກຕົວເມືອງວັງວຽງ 16 ກິໂລແມັດ, ການພັດທະນາສະຖານທີ່ດັ່ງກ່າວ ແມ່ນອິງໃສ່ແຜນນະໂຍບາຍຂອງລັດຖະບານ ຕໍ່ການພັດທະນາ ແລະ ຂຸດຄົ້ນແຫລງທ່ອງທ່ຽວໃຫມ່ ເພື່ອໃຫ້ມີສະຖານທີ່ທ່ອງທ່ຽວທີ່ຫລາກຫລາຍ ຮອງຮັບການເດີນທາງມາທ່ຽວຊົມ ຂອງນັກທ່ອງທ່ຽວ ນັກມື້-ນັບຫລາຍຂື້ນ, ເຊິ່ງສະຖານທີ່ດັ່ງກ່າວນີ້ ແມ່ນມີຄວາມສວຍງາມ ແລະ ມີທ່າແຮງບົ່ມຊ້ອນ ຈິ່ງໄດ້ຕັດສິນໃຈ ເຂົ້າມາພັດທະນາ ເຊີ່ງເປີດໃຫ້ບໍລິການມາໄດ້ 1 ປີກວ່າ, ບັນດານັກທ່ອງທ່ຽວທີ່ເດີນທາງມາ ແມ່ນຈະໄດ້ສຳຜັດກັບຫລາຍກິດຈະກຳ ເຊັ່ນ: ການລົງອາບນ້ຳ ເຊີ່ງເປັນບໍ່ນ້ຳທີ່ສະອາດ, ການຟາຍເຮືອຄະຍັກ, ຂີ່ແພ, ໂຫນສະລິງ ແລະ ອື່ນໆ. ອ້ອມຮັບສະຖານທີ່ຍັງມີທໍາມະຊາດທີ່ສວຍງາມ ດ້ວຍພູຝາປ່າໄມ້, ອາກາດບໍລິສຸດ, ມີຖ້ຳຜາບຸ່ນ, ສະຖານທີ່ເອື້ອອຳນວຍ ບ່ອນນັ່ງຫລີ້ນ, ບ່ອນນັ່ງກິນເຂົ້າ, ບ່ອນຈອດລົງ, ການເດີນທາງມາສະຖານທີ່ດັ່ງກ່າວ ແມ່ນມີຄວາມສະດວກສະບາຍ ສາມາດນຳລົດໃຫຍ່ ເຂົ້າມາໄດ້ເຖິງສະຖານທີ່ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ