ງານຖະແຫລງຂ່າວ ໄດ້ຈັດຂື້ນໃນທ້າຍເດືອນກັນຍາ 2017 ນີ້, ທີ່ຮ້ານອາຫານຊັນທາຣາ, ນະຄອນຫລວງວຽງຈັນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ສຳລັບໂຄງການ ທີມວິຣັນ ແລ່ນ 385 ກມ ວຽງຈັນ-ຫລວງພະບາງ ແມ່ນໂຄງການການກຸສົນ ເພື່ອລະດົມທຶນຊ່ວຍເຫລືອ ໂຮງຫມໍເພື່ອນລາວ ສຳລັບເດັກນ້ອຍ, ເຊີ່ງເປັນໂຮງຫມໍແຫ່ງດຽວໃນພາກເຫນືອຂອງລາວ, ທີ່ໃຫ້ປິ່ນປົວຫລັງການເກີດ, ເບີ່ງແຍງເດັກທີ່ເກີດໃຫມ່ ແລະ ໃຫ້ບໍລິການດ້ານການແພດທົ່ວໄປ ສຳລັບເດັກນ້ອຍໃນແຂວງຫລວງພະບາງ ແລະ ບັນດາແຂວງທີ່ຢູ່ທາງພາກເຫນືອ ໂດຍບໍ່ໄດ້ເສຍຄ່າບໍລິການໃດໆ ເວົ້າລວມໂຮງຫມໍແຫ່ງນີ້, ແມ່ນໃຫ້ບໍລິການໂດຍບໍ່ເສຍຄ່າສຳລັບເດັກນ້ອຍທີ່ເຂົ້າຮັບການປີ່ນປົວ.
ໂຄງການແລ່ນ 385 ກມ ເລີ່ມມາແຕ່ປີ 2014 ໂດຍທີມ ວິຣັນ ຮ່ວມກັບສະຖານທູດອົດສະຕາລີ ປະຈຳ ສປປ ລາວ ສາມາດລະດົມທຶນໄດ້ກວ່າ 11 ພັນ ໂດລ່າສະຫາລັດ, ເພື່ອສົມທົບເຂົ້າໃນການສ້າງໂຮງຫມໍສຳລັບເດັກນ້ອຍແຫ່ງນີ້, ແລະ ໄດ້ສຶບຕໍ່ລະດົມທຶນໂຄງການ ໃນປີ 2015 ແລະ 2016 ເພື່ອປະກອບສ່ວນຊື້ອຸປະກອນການແພດ ແລະ ຢາປິ່ນປົວສຸຂະພາບ ຕອບສະຫນອງແກ່ໂຮງຫມໍແຫ່ງນີ້. ສຳລັບປີ 2017 ໂຄງການດັ່ງກ່າວແມ່ນກ້າວເຂົ້າເປັນປີທີ 4 ທີມວິຣັນ ຮ່ວມກັບສະຖານທູດ ອົດສະຕາລີ ປະຈຳ ສປປ ລາວ ໄດ້ຈັດໂຄງການແລ່ນ 385 ກມ ວຽງຈັນ-ຫລວງພະບາງ ຈື້ນອີກຄັ້ງເພື່ອສານຕໍ່ໂຄງການຊ່ວຍເຫລືອ ເຮັດໃຫ້ລູກຫລານໄດ້ຮັບການປີ່ນປົວທີ່ດີ ແລະ ຍັງເປັນການປະກອບສ່ວນສຳຄັນເຂົ້າ ເພື່ອຫລຸດຜ່ອນການຕາຍຂອງເດັກນ້ອຍໃນປະເທດອີກດ້ວຍ.
ສຳລັບແລ່ນ 385 ກມ ວຽງຈັນ-ຫລວງພະບາງ ແມ່ນມີນັກແລ່ນທີ່ມາຈາກຫລາກຫລາຍອາຊີບທີ່ແຕກຕ່າງກັນ, ເຊີ່ງຈະໃຊ້ເວລາ 5 ວັນ ແລະ ແບ່ງອອກເປັນ 2 ກຸ່ມ. ເຊີ່ງກຸ່ມທຳອິດມີນັກແລ່ນ ຈຳນວນ 3 ທ່ານ ທີ່ຈະແລ່ນຈາກນະຄອນຫລວງວຽງຈັນ ເຖິງ ຫລວງພະບາງ ໃນໄລຍະທາງ 385 ກມ/ຄົນ ນໍາຫນ້າໂດຍ:
1/ ທ່ານ ຄາໂລ ບາຄາລາ ( ນັກແລ່ນມາລາທອນ ຊາວຟິລິບປິນ)
2/ ທ່ານ ດານຽນ ໂອເຊ ນັກແລ່ນວິບາກ ແລະ ອັນຕຣາ ມາລາທອນ ( ຊາວເຢຍລະມັນ)
3/ ທ່ານ ອິນທີ ເດືອນສະຫວັນ ນັກທຸລະກິດ ແລະ ນັກແລ່ນໄອຣອນແມ່ນ ຫລື ໄຕຣນັກກິລາຊາວລາວ. ເຊີ່ງທັງ 3 ທ່ານ ຈະໃຊ້ໄລຍະເວລາແລ່ນທັງໝົດ 5 ວັນ ສະເລ່ຍວັນລະ 75-80 ກິໂລແມັດ.
ສ່ວນກຸ່ມທີ 2 ແມ່ນມີນັກແລ່ນ ຈຳນວນ 4 ທ່ານ ທີ່ຈະແລ່ນຜັດປ່ຽນກັນ ໄລຍະແລ່ນ 80 ກມ/ມື້ ແລະ ຜູ້ຫນຶ່ງຈະແລ່ນ 20 ກມ/ມື້ (20 ກມ X 4 ທ່ານ = 80 ກມ/ມື້ ) ເຊີ່ງຈະໃຊ້ເວລາ 5 ວັນ ຈິ່ງເຖິງຫລວງພະບາງ ນັກແລ່ນ ຈຳນວນ 4 ທ່ານປະກອບດ້ວຍ
1/ ທ່ານນາງ ສົມເພັດ ວຽງດາລາ ສະມາຊິກທີມວິຣັນ
2/ ທ່ານນາງ ຈູບີ່ ດາລູວັນ ສະມາຊິດທີມວິຣັນ
3/ ທ່ານ ພູເຂົາ ພົມມາ ພະນັກງານບໍລິສັດ ລາວໂທລະຄົມ
4/ ທ່ານ ບັນເດີ ນັກແລ່ນຊາວຟິລິບປິນ.
ພິເສດໃນກິດຈະກຳໂຄງການນີ້ ໃນປີ 2017 ນີ້ ຍັງຈະມີນັກສິລະປິນລາວ ຮ່ວມແລ່ນສົ່ງນັກກິລາ ດ້ວຍໄລຍະທາງພຽງ 25 ກມ, ເຊັ່ນ: ສັກ ວົງແຊວ, ນາງ ມານິດດາ ສິດທິມາລະດາ ຜູ້ກໍ່ຕັ້ງທີມວິຣັນ, ນັກແລ່ນ ຕິກ ສິຣິກຸນ ໂພໄຊ, ພິໄຊ ສຸວັນໄຊ ສະມາຊິກທິມວິຣັນ, ທ່ານ ຮວາ ພອນປະເສີດ, ນາງ ເຈີຣາດິນ ແຢມ ອາສາສະຫມັກຈາກປະເທດອົດສະຕາລີ, ນາງ ລັດດາວອນ ຄຸນທະລັງສີ ສະມາຊິກທີມວິຣັນ ແລະ ທ່ານ ສຸພັດສອນ ສີລາເພັດ ນັກຂ່າວ ໂທລະພາບແຫ່ງຊາດ.
ນັກແລ່ນທັງໝົດ ຈະເລີ່ມແລ່ນ ໃນວັນທີ 16 ຕຸລາ 2017 ເວລາ 4 ໂມງເຊົ້າ ຈຸດເລີ່ມຕົ້ນສວນປະຕູໄຊ.
Editor: ກຳປານາດ ລັດຖະເຮົ້າ