ເນື່ອງໃນໂອກາດ ອົງການທ່ອງທ່ຽວໂລກ ໄດ້ສະເຫລີມສະຫລອງວັນຄົບຮອບລະບຽບການຂອງອົງການທ່ອງທ່ຽວໂລກ ມີຜົນບັງຄັບໃຊ້ ນັບແຕ່ປີ 1970 ໂດຍໄດ້ກຳນົດເອົາ ວັນທີ 27 ກັນຍາ ຂອງທຸກໆປີ ເປັນວັນທ່ອງທ່ຽວໂລກ ເຊີ່ງໄດ້ເລີ່ມຈັດຕັງປະຕິບັດ ນັບແຕ່ນັ້ນມາ, ການສະເຫລີມສະຫລອງວັນທ່ອງທ່ຽວໂລກ ໃນແຕ່ລະປີ ແມ່ນມີຫົວຂໍ້ແຕກຕ່າງກັນ ເຊີ່ງປີ 2017 ນີ້ ມີຫົວຂໍ້ວ່າ: ການທ່ອງທ່ຽວແບບຍຶນຍົງ ແມ່ນເຄື່ອງມືສຳຄັນສຳລັບການພັດທະນາ
ກິດຈະກຳຍ່າງດັ່ງກ່າວ ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 30 ກັນຍາ 2017 ຢູ່ທີ່ສວນປະຕູໄຊ, ນະຄອນຫລວງວຽງຈັນ ໂດຍໄດ້ຮັບກຽດເຂົ້າຮ່ວມຍ່າງ ໃນຄັ້ງນີ້ ມີ ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ມີ ທ່ານ ສາດສະດາຈານ ປະລິນຍາເອກ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມນີ້ຍັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ຫົວຫນ້າກົມ-ຮອງກົມ, ພະແນກການ, ຫນ່ວຍງານ, ພະນັກງານ ທີ່ກ່ຽວຂ້ອງ, ລວມທັງມວນຊົນ ເຂົ້າຮ່ວມ ເກືອບ 2 ພັນຄົນ.
ອົງການທ່ອງທ່ຽວໂລກ ແມ່ນມິບົດບາດທີ່ສຳຄັນ ໃນການກຳນົດ ນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວສາກົນ, ການພັດທະນາການທ່ອງທ່ຽວ ແບບຍືນຍົງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການເມືອງ. ໃນນາມ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ອົງການທ່ອງທ່ຽວໂລກ ນັບແຕ່ປີ 1971 ເປັນຕົ້ນມາ.ເພື່ອເຮັດໃຫ້ການສະເຫລີມສະຫລອງ ປີທ່ອງທ່ຽວໂລກ ແລະ ກຽມໃສ່ປີທ່ອງທ່ຽວ ລາວ 2018 ທີ່ຈະມາເຖິງນີ້, ໃຫ້ມີຂະບວນຟົດຟື້ນ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນໄດ້ຈັດກິດຈະກຳ ຍ່າງເພື່ອສຸຂະພາບ ຂື້ນທີ່ສວນປະຕູໄຊ ນະຄອນຫລວງວຽງຈັນ, ເຊີ່ງກິດຈະກຳດັ່ງກ່າວ ກໍ່ເພື່ອເປັນການເຜີຍແຜ່ໂຄສະນາບົດບາດຄວາມສຳຄັນຂອງການທ່ອງທ່ຽວ ຢູ່ພາຍໃນປະເທດ ກໍ່ຄື ສາກົນ ໃນທົ່ວໂລກ ເພື່ອສະແດງໃຫ້ເຫັນເຖິງຜົນໄດ້ຮັບ ຂອງການທ່ອງທ່ຽວ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາແບບຍື້ນຍົງ ແລະ ແນໃສ່ບັນຫາສິ່ງທ້າທາຍ ທີ່ເກີດຂື້ນ ໃນສັງຄົມ. ເພື່ອຊຸກຍູ້ ແລະ ສ້າງຂະບວນການໂຄສະນາສົ່ງເສີມການທ່ອງທ່ຽວ ຄຽງຄູ່ກັບການສະເຫລີມສະຫລອງ ປີທ່ອງທ່ຽວ ອາຊຽນ ຄົບຮອບ 50 ປີ, ລວມທັງການກຽມເປັນເຈົ້າພາບປີທ່ອງທ່ຽວລາວ 2018 ໃຫ້ມີຂະບວນການຟົດຟຶ້ນ ຢູ່ພາຍໃນປະເທດ ແລະ ທັງເປັນການດຶງດູດນັກທ່ອງທ່ຽວ ຈາກອະນຸພາກພື້ນ ແລະ ທົ່ວໂລກ ໃຫ່ເຂົ້າມາທ່ຽວປະເທດລາວເຮົາ ນັບມື້ນັບຫລາຍຂື້ນ.
ການຍ່າງ ຄັ້ງນີ້ ມີຈຸດເລີ່ມຕົ້ນຈາກສວນປະຕູໄຊ ໄປຫາ ຫໍຄຳ ກັບມາ ຫາ ສວນປະຕູໄຊຄືເກົ່າ. ເຫັນວ່າ ມີຄວາມຟົດຟື້ນ ແລະ ໄດ້ຮັບການຮ່ວມມື ຈາກພາກລັດ ແລະ ເອກະຊົນ ທີ່ມາຈາກຫລາຍພາກສ່ວນ ໃນສັງຄົມ ມີມວນຊົນ ເກືອບ 2 ພັນຄົນ.
Editor: ກຳປານາດ ລັດຖະເຮົ້າ