ສູນວັດທະນະທຳຈີນ ປະຈຳ ສປປ ລາວ, ພະແນກວັດທະນະທຳ ແຂວງຫູເປີຍ ໂດຍໄດ້ຮັບການຊີ້ນຳໂດຍ: ສະຖານທູດຈີນ ປະຈຳ ສປປ ລາວ, ແລະ ພາຍໃຕ້ການຮ່ວມມື ຈາກກະຊວງ ຖະແຫລງຂ່າວ: ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນຳເອົາຄະນະສີລະປະ ຈາກ ແຂວງຫູເປີຍ ມາສະແດງ ສີລະປະ ສະເຫລີມສະຫລອງ ບຸນໄຫວພະຈັນ. ເຊີ່ງເປັນອີກງານບຸນ ທີ່ຄົນຈີນ ໃຫ້ຄວາມເຄົາລົບນັບຖື ແລະ ກາຍເປັນວັດທະນະທຳ-ປະເພນີອັນດີງາມ. ງານສະແດງສິລະປະ ສະເຫລີມສະຫລອງບຸນໄຫວພະຈັນ ດັ່ງກ່າວ ໄດ້ຈັດຂື້ນທີ່ ຫໍວັດທະນະທຳແຫ່ງຊາດ ໃນຄ່ຳຄືນ ວັນທີ 25 ກັນຍາ ທີ່ຜ່ານມາ, ໂດຍມີມວນຊົນຊາວລາວ ແລະ ຊາວ ຈິນທີ່ອາໄສ ໃນນະຄອນຫລວງວຽງຈັນ ເຂົ້າຮ່ວມຮັບຊົມ ເປັນຈຳນວນຫລວງຫລາຍ.
ສຳລັບລາຍການສະແດງ ສີລະປະ ສະເຫລີມສະຫລອງ ບຸນໄຫວພະຈັນ ( ມອບບົດກະວີໃຫ້ພະຈັນ ) ມີລາຍການສະແດງ ທັງໝົດ 13 ລາຍການ, ລວມທັງບົດຟ້ອນ, ການບັນເລັງ, ບົດເພງ, ກາຍະສິນ, ກັງຟູ ແລະ ມາຍາກົນ. ສຳລັບລາຍການສະແດງ 13 ລາຍການ ປະກອບມີ:
1/ ບົດຟ້ອນ ຄວາມງາມແຫ່ງເມືອງຈິນ
2/ ການບັນເລງເພງ ເມກສີຮຸງແຫ່ງແດນໃຕ້
3/ ບົດເພງຮ້ອງດ່ຽວ ດວງບຸບຜາຄືນເດືອນຫງາຍ
4/ ບົດຟ້ອນ ລີເລີຍຊ່ຽງ ( ຜູ້ໃດງາມ)
5/ ບົດເພງ ທໍານອງເຮືອນມັງກອນ
6/ ກາຍະສິນ ແກວ່ງໄກວ ທໍ່ເຫລັກ
7/ ເພງ ຍອມໂງ່ເພາະຮັກ + ຕ້ອງຮັກແນ່ນອນ
8/ ຟ້ອນກັງຟູ ກັງຟູບູ້ຕື້ງ
9/ ບົດຟ້ອນ ສຽງສະຫວັນແຫ່ງທາງສາຍໄຫມ
10/ ມາຍາກົນ ບັນເລ່ແຫ່ງຄວາມຝັນ
11/ ບົດເພງ ດວງຈັນແທນດວງໃຈຊ້ອຍ
12/ ກາຍະສິນ ພະລັງ
13/ ບົດຟ້ອນ ສະເຫນ່ແຄວ້ນສູ້
ການສະແດງສິລະປະ ສະເຫລີມສະຫລອງ ບຸນໄຫວພະຈັນ ຄັ້ງນີ້ ໂດຍໄດ້ຮັບກຽດເຂົ້າຮ່ວມຊົມ ຈາກ ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມນັ້ນ ຍັງມີ ທ່ານ ເອກອັກຄະລັດຖະທູດ ຈີນ ປະຈຳ ສປປ ລາວ, ມີບັນດາແຂກທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ