ຂະແຫນງການທ່ອງທ່ຽວ ເປັນຂະແຫນງເສດຖະກິດຫນຶ່ງ ທີ່ມີການຂະຫຍາຍໂຕ ຢ່າງໄວວາ ແລະ ກວ້າງຂວາງ ຢູ່ບັນດາປະເທດໃນໂລກ, ມາໃນປະຈຸບັນ ຫລາຍປະເທດໃນໂລກ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຖືເປັນຂະແຫນງການເສດຖະກິດ ທີ່ເປັນປາຍແຫລມ ເພື່ອພັດທະນາເສດຖະກີດສັງຄົມແຫ່ງຊາດ.
ຍ້ອນວ່າ: ການທ່ອງທ່ຽວ ໄດ້ນຳເອົາເງິນຕາເຂົ້າມາໃນປະເທດ ຊຸກຍູ້ການລົງທຶນທາງດ້ານທຸລະກິດ ທີ່ກ່ຽວຂ້ອງໂດຍກົງ ແລະ ທາງອ້ອມ ເຊັ່ນ: ທຸລະກິດການນຳທ່ຽວ, ທຸລະກິດເຮືອນພັກ ແລະ ໂຮງແຮມ, ທຸລະກິດບໍລິການຂົນສົ່ງ, ການຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ, ຊຸກຍູ້ການລົງທຶນໃນການສ້າງພື້ນຖານໂຄງລ່າງ ເຊັ່ນ: ຖະຫນົນຫົນທາງ, ສະຫນາມບິນ, ທ່າເຮືອໂດຍສານ, ລະບົບໂທລະຄົມມະນາຄົມ, ໄຟຟ້າ-ນ້ຳປະປາ ແລະ ອື່ນໆ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ ໃນຂະແຫນງບໍລິການ ແລະ ການຜະລິດ, ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກຳ ໂດຍເປັນການສົ່ງອອກກັບທີ່ ເຮັດໃຫ້ມີການສະສົມສົມເງິນຕາ ແລະ ຫມູນວຽນພາຍໃນປະເທດ ເປັນຢ່າງດີ, ພ້ອມດຽວກັນນັນ ຍັງເປັນການກະແຈກກະຈາຍລາຍຮັບໄປ ຍັງທ້ອງຖິ່ນ ຊົນນະບົດຫ່າງໄກ,
ໂດຍເຫັນໄດ້ເຖິງຄວາມສຳຄັນຂອງ ອຸດສາຫະກຳການທ່ອງທ່ຽວ ປີ 1975 ອົງການທ່ອງທ່ຽວໂລກ ໄດ້ຮັບການສ້າງຕັ້ງຂື້ນ, ແລະ ມາເຖິງປີ 2016 ແມ່ນມີສາມະຊິກທັງໝົດ 157 ປະເທດ ແລະ ໃນນັ້ນ ສປປ ລາວ ກໍ່ເຂົ້າເປັນສະມາຊິກຖາວອນຂອງອົງການທ່ອງທ່ຽວໂລກ ນັບແຕ່ປີ 1975 ເປັນຕົ້ນມາ. ສຳລັບ ສປປ ລາວ ລັດຖະບານແມ່ນໄດ້ເອົາໃຈໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຢ່າງຕັ້ງຫນ້າ ເຊີ່ງໄດ້ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາລາວ ນັບມື້ນັບຫລາຍຂື້ນ ຄື: ໃນປີ 2000 ມີນັກທ່ອງທ່ຽວ ເຂົ້າມາລາວ 7 ແສນ 3 ຫມື່ນ ກວ່າຄົນ, ມີລາຍຮັບ 113 ລ້ານໂດລ້າສະຫາລັດ, ໃນປີ 2015 ນັກທ່ອງທ່ຽວເຂົ້າລາວ 4 ລ້ານ 6 ແສນ 8 ຫມື່ນ ກວ່າຄົນ ມີລາຍຮັບ 725 ລ້ານໂດລ້າສະຫາລັດ. ຄາດວ່າ: ໃນປີ 2020 ຈະມີນັກທ່ອງທ່ຽວເຂົ້າລາວ ປະມານ 6 ລ້ານ 2 ແສນ ກວ່າຄົນ, ລາຍຮັບຫລາຍກວ່າ 1 ຕື້ໂດລ້າສະຫາລັດ.
ປີທ່ອງທ່ຽວລາວ ຜ່ານມາ ແມ່ນໄດ້ຈັດແລ້ວ 2 ຄັ້ງ, ຄື: ໃນປີ 1999-2000 ແລະ ປີ 2011-2012 ເພື່ອສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມ ສປປ ລາວ ໃຫ້ຫລາຍຂື້ນ, ສຳລັບປີທ່ອງທ່ຽວລາວ ຄັ້ງທີ 3 ແມ່ນຈະໄດ້ຈັດຂື້ນ ໃນປີ 2018 ເຊິ່ງຈະເລີ່ມເປີດຂະບວນການ ນັບແຕ່ທ້າຍປີ 2017 ເປັນຕົ້ນໄປ, ສະເພາະ ຢູ່ສູນກາງ ກໍ່ຄືນະຄອນຫລວງວຽງຈັນ ໂດຍສະເພາະ ກະຊວງຖະແຫລງຂ່າວ: ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນຈະເປີດ ໃນໄລຍະສະເຫລີມສະຫລອງ ບຸນນະມັດສະການພະທາດຫລວງວຽງຈັນ ໃນເດືອນເດືອນພະຈິກ 2017 ເພື່ອເຮັດໃຫ້ຂະບວນການດັ່ງກ່າວຟົດຟື້ນ ແລະ ກວ້າງຂວາງ, ດັ່ງນັ້ນທຸກພາກສ່ວນອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ຫົວຫນ່ວຍທຸລະກິດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນມີສ່ວນຮ່ວມ ຢ່າງຕັ້ງຫນ້າ ຕ້ອນຮັບແຂກບ້ານແຂກເມືອງ ດ້ວຍຄວາມມິດຕະພາບ, ຮອຍຍີ້ມ ແລະ ມິດໄມຕີ.
Editor: ກຳປານາດ ລັດຖະເຮົ້າ