ໃນໄລຍະ 5 ປີ ນັບແຕ່ (2016- 2020) ວຽກຈຸດສຸມດ້ານວັດທະນະທຳ ທີ່ຕ້ອງໄດ້ສືບຕໍ່ຜັນຂະຫຍາຍ ຖືວ່າມີຫຼາຍບາດກ້າວເປັນຕົ້ນ: ເສີມຂະຫຍາຍວັດທະນະທຳອັນດີງາມທີ່ເປັນເອກະລັກສະເພາະຂອງເຜົ່າຊົນ ແລະ ໂຄສະນາເຜີຍແຜ່ໃຫ້ສັງຄົມ, ສ້າງໃຫ້ມີຄອບຄົວ ວັດທະນະທຳກວມ 80 ສ່ວນຮ້ອຍ, ຂອງຈຳນວນຄອບຄົວທົ່ວປະເທດ, ບ້ານວັດທະນະທຳກວມ 65 ສ່ວນຮ້ອຍ ແລະ ກຸ່ມບ້ານວັດທະນະທຳກວມ 16 ສ່ວນຮ້ອຍ ແລະ ອື່ນໆອີກຫຼາຍປະການ.
ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊດ 5 ປີ ຄັ້ງທີ 8 (2016-2020) ມີເນື້ອໃນວ່າ: ໃນວຽກຈຸດສຸມທີ່ຈະພັດທະນາ ແລະ ປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ແມ່ນໄດ້ມີການວາງທິດທາງ ຄື: ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອຄຸນຄ່າມໍລະດົກ ທາງດ້ານວັດທະນະທຳ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຢູ່ຄູກັບສັງຄົມລາວຕະຫຼອດໄປ, ເສີມຂະຫຍາຍວັດທະນະທຳອັນດີງາມທີ່ເປັນເອກະລັກສະເພາະຂອງເຜົ່າຊົນ ແລະ ໂຄສະນາໃຫ້ສັງຄົມ ລວມເຖິງຊາວໂລກ ໄດ້ຮັບຮູ້ເພື່ອເປັນການສົ່ງເສີມວຽກງານທ່ອງທ່ຽວຕິດພັນກັບວັດທະນະທຳ, ພັດທະນາ ອະລິຍະທຳທາງດ້ານວັດຖຸ ແລະ ຈິດໃຈ ຂອງສັງຄົມ, ພ້ອມທັງຮັບເອົາຄຸນຄ່າວັດທະນະທຳ ທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະສອດຄ່ອງກັບຍຸກສະໄໝ ສາມາດເຊື່ອມໂຍງກັບສາກົນ, ສະກັດກັ້ນ, ສິ່ງຫຍໍ້ທໍ້ທາງດ້ານວັດທະນະທຳ ທີ່ເປັນໄພຕໍ່ສັງຄົມ, ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທຳ ໃຫ້ມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດຢ່າງຍືນຍົງ, ສ້າງ ແລະ ພັດທະນາບ້ານວັດທະນະທຳ ແລະ ຄອບຄົວວັດທະນະທຳໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ການສ້າງສັງຄົມມີຄວາມສະຫງົບ, ປອດໄພ ແລະສິວິໄລ.
ຟື້ນຟູອະນຸຮັກ ແລະ ສົ່ງເສີມມໍລະດົກວັດທະນະທຳທາງດ້ານວັດຖຸ ແລະ ບໍ່ເປັນວັດຖຸທີ່ເປັນເອກະລັກແຕ່ລະປະເພດ ໃຫ້ກວ້າງຂວາງກວ່າເກົ່າ, ຍົກລະດັບມໍລະດົກວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ສ້າງສວນອຸທິຍານທາງດ້ານວັດທະນະທຳລະດັບຊາດ ແລະ ລະດັບທ້ອງຖິ່ນ, ສ້າງບ້ານວັດທະນະທຳຕົວແບບ ໃຫ້ກາຍເປັນຈຸດໝາຍປາຍທາງ ແກ່ການທ່ອງທ່ຽວ.
ສ່ວນວ່າໂຄງການຕົ້ນຕໍ ທີ່ຈະຕ້ອງປະຕິບັດນັ້ນ ແມ່ນປະກອບມີ: ສົ່ງເສີມການຟື້ນຟູ, ອະນຸຮັກ, ປົກປັກຮັກສາ, ສືບທອດເສີມຂະຫຍາຍມູນເຊື້ອ ແລະ ຄຸນຄ່າມໍລະດົກທາງດ້ານວັດທະນະທຳ ທີ່ເປັນເອກະລັກ ອັນດີງາມຂອງຊາດ, ຈັດຕັ້ງເຜີຍແຜ່ ແລະ ແນະນຳກ່ຽວກັບການປູກຈິດສຳນຶກ ໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ຄຸນຄ່າວັດທະນະທຳຂອງຊາດຢູ່ຕົວເມືອງໃຫຍ່ ແລະ ເຂດຊຸມຊົນ ເພື່ອສ້າງແບບແຜນການ ດຳລົງຊີວິດແບບໃໝ່ທີ່ສອດຄ່ອງ ກັບວັດທະນະທຳທີ່ກ້າວໜ້າ, ສ້າງແຜນແມ່ບົດຄຸ້ມຄອງ, ປົກປັກຮັກ ສາທົ່ງໄຫຫີນແຂວງຊຽງຂວາງ ແລະ ຫີນໜາມໜໍ່ແຂວງຄຳມ່ວນ ເພື່ອສະເໜີເຂົ້າເປັນມໍລະດົກໂລກ, ຂຸດຄົ້ນ ແລະ ຄົ້ນຄວ້າແຫຼ່ງບູຮານຄະດີໃນຂອບເຂດທົ່ວປະເທດ.
Editor: ກຳປານາດ ລັດຖະເຮົ້າ