ວັນທີ 20 ກັນຍາ ຜ່ານມານີ້ ສປປລາວເຮົາ ໄດ້ເຊັນຈົດຫມາຍນຳສົ່ງ ຮ່າງຄຳຮ້ອງສະ ເໜີເອົາທົ່ງໄຫຫີນ ທີ່ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກແຫ່ງທີ 3 ເຊີ່ງຈົດຫມາຍດັ່ງກ່າວລົງນາມໂດຍ ທ່ານ ທອງໃບ ໂພທິສານ ຫົວໜ້າກອງເລຂາ ຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ຈະສົ່ງເຖິງສູນມໍລະດົກໂລກ ທີ່ປາຣີ, ປະເທດຝຣັ່ງ ໃນອີກ 2 ວັນຂ້າງຫນ້າ. ກໍ່ຄືຫນັງສືດັ່ງກ່າວໄປເຖິງສູນມໍລະດົກໂລກ ໃນວັນທີ 22 ກັນຍາ 2017 ນີ້ ແລະ ສິ່ງດັ່ງກ່າວແມ່ນເປັນໄຊຊະນະເບື້ອງຕົ້ນຂອງທິມງານ “ມໍລະດົກລາວ ເພື່ອມໍລະດົກໂລກ“ ແລະ ເປັນຫມາກຜົນຂອງຄວາມພະຍາຍາມເກືອບ 20 ປີ ຂອງກອງເລຂາຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ, ກົມມໍລະດົກ,ກະຊວງ ຖວທ, ຄະນະຊ່ຽວຊານລາວ ແລະ UNESCO ພາກພື້ນອາຊີ-ປາຊີຟິກ ປະຈຳບາງກອກ ແລະ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ.
Editor: ກຳປານາດ ລັດຖະເຮົ້າ