ໃນວັນທີ 20 ກັນຍາ 2017 ນີ້ ທ່ານ ທອງໃບ ໂພທິສານ, ຫົວໜ້າກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະນທຳ ແລະ ທ່ອງທ່ຽວ ຮ່ວມກັບ ທີມງານໄດ້ເຊັນຮ່າງຄຳຮ້ອງສະເໜີເອົາທົ່ງໄຫຫີນ, ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ.
ຄຳຮ້ອງດັ່ງກ່າວ ຈະສົ່ງເຖິງສູນມໍລະດົກໂລກ ທີ່ ປາຣີ, ປະເທດຝຣັ່ງ ໃນອີກ 2 ວັນຂ້າງຫນ້າ. ແລະ ຖືເປັນໄຊຊະນະເບື້ອງຕົ້ນຂອງທິມງານ “ມໍລະດົກລາວ ເພື່ອມໍລະດົກໂລກ” ແລະ ເປັນຫມາກຜົນຂອງຄວາມພະຍາຍາມເກືອບ 20 ປີ ຂອງກົມມໍລະດົກ, ຄະນະຊ່ຽວຊານລາວ ແລະ ຢູເນັສສະໂກ UNESCO ພາກພື້ນອາຊີ-ປາຊີຟິກ ປະຈຳບາງກອກ ແລະ ແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ.
ຂອບໃຈຂໍ້ມູນຈາກ ຂ່າວສານປະເທດລາວ
Editor: ຂ່າວສານປະເທດລາວ