ການແຂ່ງຂັນເຮືອຊ່ວງປະຈໍາປີ 2017 ທີ່ສວນນໍ້າອິນແປງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເມື່ອວັນທີ 17 ກັນຍາ ທີ່ຜ່ານມາ ມີການແຂ່ງຂັນ 2 ປະເພດປະກອບດ້ວຍ ເຮືອກີລາ 12 ສີພາຍ ມີ 10 ລໍາເຂົ້າຮ່ວມແບ່ງເປັນ 2 ສາຍຄື: ສາຍ ກ ປະກອບມີ: ເຮືອເທບທິດາສ້ອຍຟ້າ, ພະຍາເຕົ່າຄໍາ, ເທບທະນາກອນ, ເທບນາຕາ ແລະ ພາຍານາຄາຣາດ.
ສວນສາຍ ຂ ປະກອບມີ: ເຮືອນາວາສັກສິດ, ທິດາວຽງຈັນ, ນາວາເທບ, ສຸກສາຄອນເທວາ ແລະ ຫວຍເລກ 3 ປະກົດວ່າ: ຊະນະເລີດ: ສຸກສາຄອນເທວາ ຄວ້າຂັນແຊັມ ພ້ອມເງິນລາງວັນ 3 ລ້ານກີບ.
- ຮອງຊະນະເລີດ: ນາວາສັກສິດ ຄວ້າເງິນລາງວັນ 2.5 ລ້ານກີບ.
- ອັນດັບ 3 ເທບທິດາສ້ອຍຟ້າ ຄວ້າເງິນລາງວັນ 2 ລ້ານກີບ.
- ອັນດັບ 4 ເທບນາຄາ ຄວ້າເງິນລາງວັນ 1.5 ລ້ານກີບ.
ສ່ວນປະເພດເຮືອສູດ 55 ສີພາຍ (ເຮືອດັດແປງ) ມີ 9 ລໍາເຂົ້າຮ່ວມແບ່ງເປັນ 2 ສາຍເຊັ່ນກັນຄື: ສາຍ ກ ມີ ຄອນສະຫວັນ 99, ນາວາສັກສິດ, ພອນພະແກ້ວ, ເທບທິດາສ້ອຍຟ້າ ແລະ ບໍລິສັດແສງເພັດ ກໍ່ສ້າງ.
ສ່ວນ ສາຍ ຂ ມີ ສາຍຟ້າ, ສາງທ່ານາແລ້ງ, ໂຄກຊາຍ ແລະ ຊຽງຄວນ ປະກົດວ່າ:
- ຊະນະເລີດ: ບໍລິສັດ ແສງເພັດ ກໍ່ສ້າງຂົວທາງ ຄວ້າຂັນແຊັມ ພ້ອມເງິນລາງວັນ 12 ລ້ານກີບ.
- ຮອງຊະນະເລີດ: ນາວາສັກສິດ ຄວ້າເງິນລາງວັນ 10 ລ້ານກີບ.
- ອັນດັບ 3 ສາຍຟ້າ ຄວ້າເງິນລາງວັນ 8 ລ້ານກີບ
- ອັນດັບ 4 ຊຽງຄາມ ຄວ້າເງິນລາງວັນ 6 ລ້ານກີບ
Editor: ຕະວັນ ແສງສະຫວັນ