ເມືອງມໍລະດົກໂລກຫລວງພະບາງ ໄດ້ຮັບລາງວັນເມືອງສິ່ງແວດລ້ອມອາຊຽນຍືນຍົງ ປະຈໍາປີ 2017 ຂະນະທີ່ ອໍານາດການປົກຄອງ ແຂວງຫລວງພະບາງ ພວມຫ້າງຫາກະກຽມ ພິທີຕ້ອນຮັບຢ່າງສົມກຽດ ໃນວັນທີ 14 ກັນຍາ 2017 ນີ້.
ທ່ານ ສົມດີ ພອນສະຫວັດ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫລວງພະບາງ ໃຫ້ຮູ້ກ່ຽວກັບຈຸດປະສົງ ແລະ ທີ່ມາຂອງລາງວັນດັ່ງກ່າວວ່າ: ລາງວັນເມືອງສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ເຄີຍໄດ້ຮັບມາແລ້ວ 4 ຄັ້ງ ນັບແຕ່ປີ 2008 ໃນນັ້ນ ເມືອງຫລວງພະບາງ ໄດ້ຮັບ 3 ຄັ້ງ ແລະ ເມືອງຊຳເໜືອ ໄດ້ຮັບ 1 ຄັ້ງ.
ສຳລັບ ລາງວັນດັ່ງກ່າວນີ້ ແມ່ນຕົວຊີ້ວັດເມືອງສິ່ງແວດລ້ອມ ທີ່ຍືນຍົງ ປະກອບມີ 3 ເງື່ອນໄຂຄື: ຄຸນນະພາບດິນ, ຄຸນນະພາບນໍ້າ ແລະ ຄຸນນະພາບອາກາດ ໃນນັ້ນແມ່ນໄດ້ເວົ້າເຖິງ ການອານະໄມ ຄວາມສະອາດໃນຕົວເມືອງ, ການສ້າງພື້ນທີ່ສີຂຽວ, ການຄຸ້ມຄອງການບຳບັດນ້ຳເປື້ອນ, ຄຸ້ມຄອງແຫລ່ງນໍ້າທຳມະຊາດ, ການຄຸ້ມຄອງມົນລະຜິດທາງອາກາດ ແລະ ອື່ນໆ. ສະເພາະລາງວັນປີ 2017 ນີ້ ແມ່ນລາງວັນທີ່ຢັ້ງຢືນ ເຖີງຄຸນນະພາບ ທາງດ້ານສິ່ງແວດລ້ອມ.
ທ່ານ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫລວງພະບາງ ໄດ້ກ່າວວ່າ: ເພື່ອເປັນການຕ້ອນຮັບລາງວັນ ອັນຊົງກຽດດັ່ງກ່າວ ທີ່ຈະເດີນທາງມາເຖີງ ແຂວງຫລວງພະບາງ ໃນວັນທີ 14 ກັນຍານີ້ ອົງການປົກຄອງເມືອງຫລວງພະບາງ ຈະໄດ້ຈັດພິທີຕ້ອນຮັບຢ່າງຍິ່ງໃຫຍ່ ໂດຍເລີ່ມຂະບວນແຫ່ ຈາກສະໜາມບີນສາກົນ ຫລວງພະບາງ ອ້ອມຮອບຕົວເມືອງ ແລະ ຈັດພິທີສູດມຸງຄຸນຢູ່ວັດຊຽງທອງ.
ທ່ານ ນາງ ອີນຖາວອນ ພົມມະຈັນ ຮອງເຈົ້າເມືອງຫລວງພະບາງ ໄດ້ຮຽກຮ້ອງເຖິງພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນ ທຸກຊັ້ນຄົນ, ທຸກຊົນເຜົ່າ ຈົ່ງພ້ອມກັນ ເປັນເຈົ້າການ ປະກອບສ່ວນໃນການຊົມເຊີຍ ແລະ ພາກພູມໃຈຮ່ວມກັນ ຕໍ່ລາງວັນດັ່ງກ່າວ ພ້ອມທັງກະກຽມວຽກງານຮອບດ້ານ ເພື່ອຕ້ອນຮັບຂະບວນແຫ່, ສຳລັບ ລາງວັນ ເມືອງສິ່ງແວດລ້ອມ ທີ່ຍືນຍົງຂອງອາຊຽນ ຈະເດີນທາງຈາກປະເທດ ບລູໄນ ດາລູຊະລັມ ເຖິງສະໜາມບີນສາກົນຫວງພະບາງ ໃນຕອນທ່ຽງຂອງ ວັນພະຫັດ ທີ່ 14 ກັນຍາ ປີ 2017.
Editor: ຕະວັນ ແສງສະຫວັນ