ແຂວງວຽງຈັນ ເປັນແຂວງທີ່ມີທີ່ຕັ້ງບໍ່ຫ່າງຈາກນະຄອນຫລວງວຽງຈັນພໍປານໃດ ແລະ ເປັນແຂວງທີ່ມີສະຖານທີ່ທ່ອງທ່ຽວທີ່ສຳຄັນຫລາຍແຫ່ງ ບໍ່ວ່າຈະເປັນ ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ສະຖານທີປະຫວັດສາດ, ສະຖານທີທ່ອງທ່ຽວທາງວັດທະນາທຳເປັນຕົ້ນ ອັນໄດ້ສ້າງແຮງດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມ ແລະ ໄດ້ສ້າງເມັດເງິນອັນມະຫາສານຈາກການທ່ອງທ່ຽວຂອງແຂວງວຽງຈັນ ຊຶ່ງໃນກອງປະຊຸມເຜີຍແຜ່ດຳລັດ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍກອງທຶນການທ່ອງທ່ຽວ ໃນວັນທີ 7 ກັນຍາ 2017 ນີ້ ທີ່ສູນວັດທະນະທຳ ແຂວງວຽງຈັນ,
ທ່ານ ຄຳຟອງ ບົວທອງ, ຫົວໜ້າພະແນກ ຖະແຫລງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ຊີ້ໃຫ້ເຫັນວ່າ: ໃນປີ 2016 ມີນັກທ່ອງທ່ຽວເຂົ້າມາທ່ຽວລາວເຖິງ 4,2 ລ້ານຄົນ ສ້າງລາຍຮັບທົ່ວສັງຄົມໄດ້ 724ລ້ານໂດລາສະຫະລັດ ສະເພາະແຂວງວຽງຈັນ ເປັນແຂວງໜຶ່ງທີ່ມີທ່າແຮງ ດ້ານການທ່ອງທ່ຽວ ເຊິ່ງມີສະຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງໂດ່ງດັງ ແລະ ເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ວັງວຽງ, ອ່າງນ້ຳງື່ມໜຶ່ງ ແລະ ອື່ນໆ, ປີ 2016 ມີນັກທ່ອງທ່ຽວເຂົ້າທ່ຽວຊົມ 589.948 ຄົນ ເຊິ່ງສ້າງມາດສ້າງລາຍຮັບໃຫ້ສັງຄົມຫລາຍສົມຄວນ.
Editor: ຕະວັນ ແສງສະຫວັນ