ເມື່ອບໍ່ດົນຜ່ານມານີ້, ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີພິທີເຊັ່ນບົດບັນທຶກຄວາມເຂົ້າໃຈ (MUO) ເພື່ອພັດທະນາແລະສົ່ງເສີມກະສິກໍາ ຕິດພັນກັບການທ່ອງທ່ຽວ ຢູ່ທີ່ເມືອງວັງວຽງ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີບັນດາທ່ານຄະນະປະຈໍາ, ກໍາມະການພັກເມືອງ, ຫົວໜ້າຫ້ອງການທີ່ກ້ຽວຂ້ອງ ແລະ ບໍລິສັດ ບາລູນທ່ອງທ່ຽວ ຈຳກັດເຂົ້າຮ່ວມ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງວັງວຽງ ສະບັບເລກທີ 401/ມວວ ລົງວັນທີ 06 ກັນຍາ 2017. ວ່າດ້ວຍການມອບສິດໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງເມືອງວັງວຽງ ເຊັນລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MUO) ເພື່ອພັດທະນາ ແລະ ສົ່ງເສີມກະສິກໍາ ຕິດພັນກັບການທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ.
ທ່ານ ປະລິນຍາເອກ ວຽງສະໜອນ ທໍາມະວົງ ຕ່າງໜ້າໃຫ້ບໍລິສັດ ບາລູນທ່ອງທ່ຽວ ຈໍາກັດ ຂື້ນຜ່ານກ່ຽວກັບຈຸດປະສົ່ງໂດຍຫຍໍ້ວ່າ: ເພື່ອເປັນພັດທະນາ ແລະ ສົ່ງເສີມກະສິກໍາ ຕິດພັນກັບການທ່ອງທ່ຽວ ແບບອານຸລັກ, ຢູ່ຂອບເຂດເນື້ອທີ່ດິນກະສິກຳ, ດິນນາລວມ ທີ່ຂື້ນກັບການຄຸ້ມຄອງຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງວັງວຽງ ຈຳນວນ 4 ຈຸດຄື: ສູນກະສິກຳເຕັກນິກກະສິກຳປາກເປາະ ປະມານ 2,2 ເຮັກຕາ (ປູກຕົ້ນໄມ້ກິນໝາກ,ສວນດອກໄມ້, ລ້ຽງປະເພດສັດປີກ) ,ສູນກະສິກໍາເຕັກນິກກະສິກໍາຖິ່ນອ່ອນ ປະມານ 8,2 ເຮັກຕາ (ຈະໄດ້ນໍາເອົາເຄື່ອງກົນຈັກປະເພດຄັນນໍ້າໝາກກ້ຽງສົດແລະສ້າງຜະລິດຕະພັນຂອງເມືອງວັງວຽງ),ສູນກະສິກຳເຕັກນິກກະສິກຳນາໂພ ປະມານ 7,1 ເຮັກຕາ (ຈະໄດ້ສ້າງເປັນສວນສັດຂະໜາດນ້ອຍ, ປູກຕົ້ນໄມ້ກິນໝາກ) ແລະ ດິນນາລວມໃກ້ສູນໂບລິ້ງ ( ບ້ານເມືອງຊອງ ) ປະມານ 4,5 ເຮັກຕາ (ຈະສ້າງເປັນໜອງປາ ແລະ ປະເພດນາເຂົ້າແບບທຸກລະດູການ, ຕົ້ນໄມ້ກິນໝາກ).
ໃຫ້ກຽດເຊັ່ນບົດບັນທຶກຄວາມເຂົ້າໃຈ (MUO) ເພື່ອພັດທະນາ ແລະ ສົ່ງເສີມກະສິກໍາ ຕິດພັນກັບການທ່ອງທ່ຽວ ຢູ່ທີ່ເມືອງວັງວຽງ ໂດຍ ທ່ານ ຊົງໄຊ ລັດຕະນະຄຳເພັດ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ -ປ່າໄມ້ເມືຶອງວັງວຽງ ແລະ ທ່ານ ຊູເຢົາ ປະທານບໍລິສັດ ບາລູນທ່ອງທ່ຽວ ຈຳກັດ ພ້ອມດ້ວຍບັນທ່ານທ່ານຄະນະປະຈໍາ, ກໍາມະການພັກເມືອງ,ຫົວໜ້າຫ້ອງການ ທີ່ກ້ຽວຂ້ອງຈຳກັດເປັນສັກຂີພະຍານ.
ຂອບໃຈ ທີມຂ່າວ ຫ້ອງການ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ