ການພັດທະນາບຶງທາດຫຼວງ ຕາມວິໄສທັດການພັດທະນານະຄອນຫຼວງວຽງຈັນ ໄດ້ມີກິດຈະກຳພັດທະນາ ແລະ ຄຸ້ມຄອງຮ່ອງລະບາຍນ້ຳທີ່ໄຫຼແຕ່ບຶງທາດຫຼວງຫາຫ້ວຍໝາກຮຽວ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ມີສີຂຽວ ແລະ ມີຄວາມສວຍງາມ.
ທ່ານ ເກສອນ ເທບທຳເມືອງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ສຳພາດທີ່ໂທລະພາບແຫ່ງຊາດລາວ ວ່າ: ການພັດທະນານະຄອນຫຼວງວຽງຈັນ ໃນການຄຸ້ມຄອງປົກປັກຮັກສາບຶງທາດຫຼວງ ໃນປີ 2000 ເຈົ້າຄອງນະຄອນຫຼວງ ໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸມັດເຂດຂອງບຶງທາດຫຼວງ ມີຄວາມຍາວປະມານ 28 ກິໂລແມັດ ແລະ ມີເນື້ອທີ່ປະມານ 1.500 ເຮັກຕາ ເຊິ່ງການພັດທະນາມີຫຼາຍພາກສ່ວນເຂົ້າມາມີສ່ວນຮ່ວມ ໃນເມື່ອກ່ອນແມ່ນມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ເປັນຜູ້ປັກຫຼັກໝາຍເຂດດັ່ງກ່າວ ສ່ວນເຂດອ້ອມແອ້ມແມ່ນມອບໃຫ້ຫ້ອງການຜັງເມືອງເປັນຜູ້ຈັດສັນອອກແບບ ຕໍ່ມາຫ້ອງການດັ່ງກ່າວໄດ້ສົມທົບກັບພາກສ່ວນກ່ຽວຂ້ອງອອກແບບແຜນຜັງໄວ້ ໃນນີ້ ສ່ວນທີ່ກ່ຽວພັນກັບການກະສິກຳ ກໍ່ຄືຄອງລະບາຍນ້ຳຈາກບຶງທາດຫຼວງ ລົງສູ່ຫ້ວຍໝາກຮຽວ ແລະ ປີ 2012 ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມອາເຊັມ 9 ລັດຖະບານ ໄດ້ອະນຸມັດໃຫ້ສ້າງໂຄງການລວງຄອງລະບາຍນ້ຳ ແລະ ຄູກັນນ້ຳຖ້ວມ ໂດຍມີການລວງຄອງລະບາຍນ້ຳຈາກບຶງທາດຫຼວງສູ່ຫ້ວຍໝາກຮຽວ ການລວງຄອງດັ່ງກ່າວ ມາຮອດປີ 2016 ອົງຄະນະພັກປົກຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນໍາໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ມີແຜນຕ້ານແລ້ງຕ້ານຖ້ວມ ສະນັ້ນ ໃນປີ 2017 ໄດ້ຮັບການຈັດຕັ້ງປະຕິບັດໂດຍລະດົມທຶນຈາກຜູ້ປະກອບການລວງຄອງລະບາຍ ເພື່ອບໍ່ໃຫ້ນ້ຳຖ້ວມ ນ້ຳອັ່ງໃນຕົວເມືອງນະຄອນຫຼວງວຽງຈັນ ເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດສຳເລັດ 60% ແລະ ຈະສືບຕໍ່ເຮັດໃຫ້ຄອງ ເໝືອງດັ່ງກ່າວ ໄດ້ຮັບການປັບປຸງເປັນລະບຽບຮຽບຮ້ອຍ ຈັດສັນໃຫ້ມີຄວາມສວຍສົດງົດງາມ ໃຫ້ສາມາດທ່ອງທ່ຽວ ປັດຈຸບັນ ໄດ້ສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເພື່ອຮ່າງນິຕິກຳຄຸ້ມຄອງບຶງທາດຫຼວງ ແລະ ຫ້ວຍໝາກຮຽວໃຫ້ເປັນອັນລະອຽດຈະແຈ້ງ ພ້ອມນັ້ນ ໄດ້ຮັບການຊີ້ນຳຈາກອົງການປົກຄອງ ນະຄອນຫຼວງວຽງຈັນ ວ່າລ່ອງສາຍຫ້ວຍໝາກຫຽວຕ້ອງມີການປູກຫຍ້າ ປູກໝາກພ້າວ ໃຫ້ກາຍເປັນສີຂຽວ ແລະ ລ້ຽງສັດ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສວຍງາມ.
Editor: ຕະວັນ ແສງສະຫວັນ