ທຳມະຊາດທີ່ສວຍງາມ ຖືເປັນຂວັນທີ່ປະເສີດ ແລະ ຫາເບີ່ງຫາຊົມໄດ້ຍາກ ໂດຍສະເພາະພູຜາ-ປ່າໄມ້, ດັ່ງນັ້ນ ມື້ນີ້ ລາຍການມີອີກສະຖານທີ່ທ່ອງທ່ຽວທຳມະຊາດ ມາເລົ່າສູ່ຟັງ ເຊີ່ງເປັນປ່າສະຫງວນແຫ່ງຊາດ ດົງຫົວສາວ ທີ່ແຂວງຈຳປາສັກ ( ພາກໃຕ້ຂອງ ປະເທດລາວ) ປ່າສະຫງວນແຫ່ງຊາດ ດົງຫົວສາວ ເປັນອີກປ່າສະຫງວນ ທີ່ຍັງຄົງຄວາມອຸດົມສົມບູນ ຂອງທຳມະຊາດ, ປ່າໄມ້, ພັນໄມ້ທີ່ຫາຍາກ ແລະ ສັດສາວາສິ່0ງ ທີ່ຍັງປະກົດໃຫ້ເຫັນເປັນຈຳນວນຫລວງຫລາຍ, ນອກນັ້ນ ເຂດປ່າສະຫງວນແຫ່ງຊາດ ຍັງມີສະຖານທີ່ທ່ອງທ່ຽວຫນ້າສົນໃຈ ຫລາຍຈຸດ-ຫລາຍແຫ່ງ ນັບທັງທຳມະຊາດ, ນ້ຳຕົກຈາດ ທີ່ສວຍງາມ ແລະ ຫາເບີ່ງຫາຊົມໄດ້ຍາກ, ປ່າສະຫງວນແຫ່ງຊາດ ດົງຫົວສາວ ມີເນື້ອທີທັງໝົດ 1 ແສນ 1 ຫມື່ນ ກິໂລຕາເມັດ, ກວມເອົາເນື້ອທີ່ປ່າໄມ້ ໃນແຂວງຈຳປ່າສັກ ແລະ ຫລາຍເມືອງ ພາຍໃນແຂວງ.
ໃນເຂດປ່າສະຫງວນ ດັ່ງກ່າວ ແມ່ນໄດ້ແບ່ງເປັນຫລາຍເຂດ ເຊັ່ນ: ເຂດຫວງຫ້າມ, ເຂດຄູ້ມຄອງ ແລະ ເຂດທ່ອງທ່ຽວໄດ້. ຜ່ານມາ ໄດ້ມີການສຶກສາສຳຫລວດ ເຂດທີ່ມີເງື່ອນໄຂ ແລະ ພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວ ທີ່ຕິດພັນກັບທຳມະຊາດ ທີ່ຍັງຮັກສາຮູບແບບຄວາມດັ່ງເດີມ ຂອງທຳມະຊາດ ໂດຍບໍ່ໄດ້ສົ່ງຜົນກະທົບຕໍ່ທຳມະຊາດ ແລະ ສິ່ງແວດລ້ອມ, ໂດນສະເພາະແມ່ນການທ່ອງທ່ຽວແບບອະນຸລັກ ຕິດພັນກັບທຳມະຊາດ ເຊັ່ນ: ການຍ່າງປ່າເພື່ອສຳຫລວດພັນໄມ້, ພັນພຶດ ແລະ ສັດປ່າ, ນອກນັ້ນຍັງມີກິດຈະກຳແບບພະຈົນໄພ ໂດຍສະເພາະການປິ່ນຫນ້າຝາ, ການໂຫນສະລີ່ງ ແລະ ການພັກແຮມທາງກາງທຳມະຊາດ ທີ່ຄົງຄວາມອຸດົມສົມບູນ.
Editor: ກຳປານາດ ລັດຖະເຮົ້າ