ເມື່ອເວົ້າເຖິງນ້ຳຕົກຕາດຄອນພະເພັງ, ທີ່ເມືອງໂຂງ, ແຂວງຈຳປາສັກ ແມ່ນເປັນນ້ຳຕົກທີ່ມີຂະຫນາດໃຫຍ່ ມີຊື່ສຽງ ລະດັບໂລກ, ຈົນໄດ້ຮັບສາຍຍານາມວ່າ ເປັນ ໄຂມຸກແຫ່ງແມ່ນ້ຳຂອງ ເຊີ່ງມີຄວາມງາມຢ່າງຫນ້າອັດສະຈັນ ຫາບ່ອນອື່ນມາປຽບທຽບ ໄດ້ຍາກ, ຄອນພະເພັງ ເປັນນ້ຳຕົກທີ່ໃຫຍ່ສຸດ ໃນອາຊີຕາເວັນອອກສ່ຽງໄຕ້ ການເປັນສະຖານທີ່ທ່ອງທ່ຽວ ທີ່ໃຜໆກໍ່ຮູ້ຈັກ ທັງພາຍໃນ ແລະ ຕ່າງປະເທດ. ສ້າງຊື່ສຽງແກ່ປະເທດລາວ ກໍ່ຄືແຂວງຈຳປາສັກ ໃນແຕ່ລະປີ ສະຫລຸບຕົວເລກນັກທ່ອງທ່ຽວ ແມ່ນຫລາຍແສນຄົນ, ທັງຄົນລາວ ແລະ ຕ່າງປະເທດ. ສະເພາະໃນລະດູຝົນຂອງແຕ່ລະປີ ບໍລິເວນ ຄອນພະເພັງ ຈະມີນ້ຳໃນປະລິມານຫລາຍ, ກະແສນ້ຳໄຫລແຮງ, ຄົດລ້ຽວ ແລະ ເຕັມໄປດ້ວຍໂຂດຫີນ ບໍລິເວນນ້ຳຕົກປະຊາຊົນ ຈະທຳການປະມົງ ຫາປາດ້ວຍວິທີການເຮັດຫລີ, ເຮັດຕ້ອນ ເພື່ອດັກເອົາປາ ທາມກາງກະແສນ້ຳທີ່ໄຫລແຮງ ແລະ ມີອຸປະສັກຕ່າງໆນາໆ ແຕ່ດ້ວຍຄວາມຊຳນິຊຳນານ ແລະ ພູມປັນຍາໃນທ້ອງຖິ່ນກ່ຽວກັບການຫາປາ ທີ່ສຶບທອດຕໍ່ຍອດກັນມາ ຫລາຍລຸ້ນຄົນ ເຮັດໃຫ້ຊາວປະມົງ ບໍ່ຫວັນກວ່າ ຕໍ່ກະແສນ້ຳດັ່ງກ່າວ.
ການຫາປາ ໃນບໍລິເວນ ນ້ຳຕົກຕາດຄອນພະເພັງ ແມ່ນໄດ້ ສຶບຕໍ່ກັນມາ ຫລາຍລຸ້ນຄົນ ລວມທັງການມີຫົວຄິດປະດີດສ້າງ ແລະ ເຕັກນິກການຫາ ທີ່ມີຄວາມປອດໄພ ແບບດັ່ງເດີມ ແລະ ເປັນພູມປັນຍາຂອງປະຊາຊົນ ເຊັ່ນ: ຕຶກແຫ, ໃສ່ມອງ, ໃສ່ຈັນ, ໃສ່ຕ້ອນ ຫລື ເຮັດຫລີ ເພື່ອຕ້ອນເອົາປາລົງ ປາທີ່ຫາໄດ້ ແມ່ນຂາຍໃຫ້ກັບປະຊາຊົນ ຫລື ສົ່ງມາຂາຍທີ່ຕະຫລາດ, ບາງເຈົ້າກໍ່ມີລູກຄ້າປະຈຳ. ເຊິ່ງມີປາຫລາຍປະເພດ ນ້ອຍໃຫຍ່ ຕາມຄວາມໂຊກດີ ຂອງຜູ້ຫາ.
Editor: ກຳປານາດ ລັດຖະເຮົ້າ