ທີມງານເມືອງລາວວັນນີ້ ມີໂອກາດ ເດີນທາງອອກຈາກນະຄອນຫລວງວຽງຈັນ ມຸ້ງຫນ້າສູ່ແຂວງວຽງຈັນ ພໍເຖິງກິໂລແມັດທີ່ 48 ເບື້ອງຊ້າຍມື ກໍ່ຈະພົບກັບປ້າຍບອກທາງເຂົ້າສູ່ບໍລິສັດ ຮ່ວມພັດທະນາ ກະສິກຳ ຂາເຂົ້າ-ຂາອອກ ມະຫາຊົນ, ຊຶ່ງເປັນບໍລິສັດທີ່ທຳການຜະລິດລ້ຽງຫມູເປັນສິນຄ້າທີ່ໃຫຍ່ທີ່ສຸດຂອງຄົນລາວ, ຟາມດັ່ງກ່າວແມ່ນມີພື້ນທີ່ຕິດກັບອ່າງນ້ຳຊວງທີ່ກ້ວາງຂວາງ ແລະ ບໍລິເວນດັ່ງກ່າວຍັງອຸດົມສົມບູນໄປດ້ວຍຕົ້ນໄມ້ນາໆພັນ, ຝູງນົກນາໆຊະນິດ ຊຶ່ງເປັນທ່າແຮງອັນຫນຶ່ງສຳລັບການທ່ອງທ່ຽວທຳມະຊາດ ຊົມວິວອ່າງນ້ຳຊວງ, ຊົມນົກນາຊະນິດຕ່າງໆ ແລະ ອື່ນໆ
ທ່ານນາງ ຈັນນວນ, ສີປະເສີດ, ປະທານບໍລິສັດ ຮ່ວມພັດທະນາ ກະສິກຳ ຂາເຂົ້າ-ຂາອອກ ມະຫາຊົນ ບອກກັບຜູ້ສື່ຂ່າວພວກເຮົາວ່າ: ຕົນເອງພ້ອມຄອບຄົວ, ຊາວບ້ານປະຊາຊົນບໍລິເວນໃກ້ຄຽງ ແລະ ເຈົ້າຫນ້າທີ່ປ່າສະຫງວນພູພະນັງ ໄດ້ເລີມອະນຸລັກ ຝູງນົກດັ່ງກ່າວມາໄດ້ປະມານ 6-7 ປີແລ້ວ ທັງນີ້, ກໍ່ເພື່ອແນ່ໃສ່ໃຫ້ກາຍເປັນແຫ່ລງທ່ອງທ່ຽວສຶກສາທຳມະຊາດຂອງຄົນລຸ້ນໃຫມ່ໃນອານາຄົດ.
ພາຍຫລັງຊື່ນຊົມຝູງນົກແລ້ວ ທີມງານກໍ່ໄດ້ເດີນທາງຕໍ່ໂດຍເຮືອບັກ ຂ້າມອ່າງນໍ້າຊວງ ເພື່ອຈະເດີນທາງໄປສຳພັດນ້ຳຕົກຕາດນ້ຳຊວງ ທີ່ເປັນຍອດຂອງນ້ຳຊວງໃນປະຈຸບັນ ຊຶ່ງສະຖານທີນີ້ ແມ່ນຢູ່ໃນເຂດປ່າສະຫວນພູພະນັງ, ໃຕ້ການຮັບຜິດຊອບຂອງເຈົ້າຫນ້າທີຄຸ້ມຄອງປ່າສະຫວງວນ ກອງພັນໃຫຍ່ ເກົ້າສີ່ຫນຶ່ງ 941 ສະຖານທີທ່ອງທ່ຽວນ້ຳຕົກຕາດແຫ່ງນີ້ ຍັງບໍ່ທັນໄດ້ເປີດເປັນແຫລງທ່ອງທ່ຽວຢ່າງເປັນທາງການເທື່ອ ຊຶ່ງປະຈຸບັນ ບໍລິສັດ ຢູດີເອ ຟາມ ພວມກຳລັງສຶກສາຄວາມເປັນໄປໄດ້ໃນການພັດທະນາ ບໍ່ວ່າຈະເປັນເສັ້ນທາງ, ບ່ອນພັກເຊົາ ແລະ ອື່ນໆ ເພື່ອເປີດເປັນແຫລງທ່ອງທ່ຽວທາງທຳມະຊາດໃນອານາຄົດ.
ນ້ຳຕົກຕາດນ້ຳຊວງ ມີຄວາມສູງປະມານ 40-50 ແມັດ ດ້ານລຸ່ມຂອງນ້ຳຕົກຕາດ ຈະມີລັກສະນະເປັນຫລືບຫີນ ຄ້າຍປາກຖ້ຳ ກວ້າງປະມານ 200 ກວ່າແມັດ ສາມາດລອດເຂົ້າໄປໄດ້ ພ້ອມທັງນັກທ່ອງທ່ຽວສາມາດເຂົ້າໄປໄດ້ ເພື່ອສຳພັດນ້ຳຕົກຕາດແບບໃກ້ສິດ, ລັກສະນະທາງທຳມະຊາດອີກແບບຫນຶ່ງຄື: ນ້ຳທີ່ຕົກລົງມາ ແມ່ນຈະໄຫລລອດພື້ນດິນໄປອອກອີກດ້ານຫນຶ່ງປະມານ ຮ້ອຍກວ່າແມັດ ຕົກໃສ່ອ່າງນ້ຳຊວງ ຊຶ່ງເຫມາະສົມແກ່ການທ່ອງທ່ຽງເປັນຢ່າງຍິ່ງ.
Editor: ຕະວັນ ແສງສະຫວັນ