ສວນເຈົ້າຟ້າງຸ່ມ ແມ່ນອີກຫນຶ່ງສວນ ສາທາລະນະ ທີ່ມີຄວາມສຳຄັນ ແລະ ໂດດເດັ່ນ ຕັ້ງຢູ່ຖະຫນົນສຸພານຸວົງ ເມືອງສີໂຄດຕະບອງ ເປັນສວນສາທາລະນະ ເປີດກວ້າງ ແລະ ມີເນື້ອທີ່ກວ້າງພໍສົມຄວນ, ໂດດເດັ່ນກວ່າຫມູ່ ຄືຮູບປັ້ນຫລໍ່ ຂອງພະຍາເຈົ້າຟ້າງຸ່ມ ກະສັດຜູ້ຍີ່ງໃຫຍ່ ໃນການເຈົ້າໂຮມອານາຈັກລາວລ້ານຊ້າງ ໃຫ້ເປັນຫນຶ່ງດຽວ ທີ່ມີຄວາມເຂັ້ມແຂງ ກວ່າອະນາຈັກອື່ນໆ.
ສວນອານຸສອນສະຖານ ເຈົ້າຟ້າງຸ່ມ ໄດ້ເລີ່ມກໍ່ສ້າງມາແຕ່ປີ 2000 ແລະ ສຳເລັດສົມບູນ ໃນປີ 2003 ຈີ່ງເລີ່ມມີການສະເຫລີມສະຫລອງ ເປັນປີທຳອິດ. ໂດຍແມ່ນກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໃນເມື່ອກ່ອນເປັນຜູ້ຄຸ້ມຄອງ, ຫລັງຈາກນັ້ນ ກະຊວງ ໄດ້ມອຍໃຫ້ ນະຄອນຫລວງວຽງຈັນ ເປັນຜູ້ຄຸ້ມຄອງ ສົມທົບກັບອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ( ອພບ) ກໍຄືຫ້ອງການ ຄຸ້ມຄອງ ແລະ ບໍລິຫານຕົວເມືອງ ໃນປະຈຸບັນ.
ກ່ອນປີ 2007 ວຽກງານຄຸ້ມຄອງສວນອານຸສອນສະຖານ ເຈົ້າຟ້າງຸ່ມ ແມ່ນຄວາມຮັບຜິດຊອບຂອງພາກລັດ ເປັນຜູ້ຄຸ້ມຄອງ ໂດຍແມ່ນ ອພບ ເປັນຜູ້ຄຸ້ມຄອງປະຕິບັດ ສະພາບສວນແມ່ນບໍ່ມີຄວາມໂດດເດັ່ນພໍປານໃດ ຍ້ອນຂາດງົບປະມານໃນການໃຊ້ຈ່າຍບົວລະບັດຮັກສາ ບວກກັບສະພາບພາຍນອກ ໂດຍສະເພາະກຸ່ມຄົນບໍ່ດີ ມີການງັດແງະ ແລະ ລັກຊັບສິນສິ່ງຂອງລວມ, ສະນັ້ນ ທາງອຳນາດປົກຄອງນະຄອນຫລວງ ວຽງຈັນ ຈິ່ງໄດ້ມອບໃຫ້ ອພບ ຮ່ວມກັບ ບໍລິສັດ ເບຍລາວ ບົວລະບັດ ຮັກສາ ເພື່ອໃຫ້ສວນດັ່ງກ່າວມີຄວາມສວຍງາມ, ສະອາດ ແລະ ສວຍງາມ. ຫລັງຈາກນັ້ນມາ, ສວນອານຸສອນສະຖານ ແມ່ນໄດ້ຮັບທຶນສະຫນັບສະຫນູນ ຢ່າງຕໍ່ເນື່ອງ ນັບແຕ່ 2007 ເປັນຕົ້ນມາ ຈົນມາຮອດປະຈຸບັນ ຈາກພາກສ່ວນທີ່ກ່ຽວ. ໂດຍມີການປັບປຸງ ລະບົບໄຟຟ້າ, ອ່າງນ້ຳພຸ, ຂັ້ນໄດ ແລະ ຖັງໃສ່ຂີ້ເຫຍື່ອ ໃນແຕ່ລະຈຸດ. ພ້ອມນັ້ນ ເພື່ອຮັກສາຄວາມປອດໄພ ຍັງມີເວນຍາມ ເພື່ອເບີ່ງແຍງດຸແລ ຊັບສິນ ພາຍໃນສວນດັ່ງກ່າວ.
ໂດຍລວມແລ້ວ ສວນອານຸສອນສະຖານ ເຈົ້າຟ້າງຸ່ມ ແມ່ນເປັນອີກສວນສາທາລະນະ ທີ່ມີຄວາມເຫມາະສົມ ແກ່ການຖ່າຍຮູບ, ພັກຜ່ອນ ອອກກຳລັງກາຍ ແລະ ຈັດງານກິດຈະກຳ ທາງວັດທະນະທຳ ເປັນອີກຫນຶ່ງສັນຍາລັກ ພາຍໃນຕົວເມືອງນະຄອນຫລວງ ເວລາ ເດີນທາງກາຍໄປ ກາຍມາ ກໍ່ສາມາດແວ ຢ້ຽມຊົມ ໄດ້.
Editor: ກຳປານາດ ລັດຖະເຮົ້າ