ປີ 2017 ແມ່ນປີຮ່ວມມືທາງການທ່ອງທ່ຽວ ຈີນ – ອາຊຽນ, ຈີນ ແລະ ບັນດາປະເທດໃນອາຊຽນ ຖືໂອກາດນີ້ຮ່ວມກັນສ້າງເວທີຮ່ວມມືການທ່ອງທ່ຽວຕ່າງໆ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງສອງຝ່າຍ ກ້າວໄປສູ່ການມີຂະໜາດໃຫຍ່ກວ່າເກົ່າ, ຂົງເຂດກວ້າງຂວາງກວ່າເກົ່າ ແລະ ລະດັບສູງກວ່າເກົ່າ, ບຸກເບີກ ” ເສດຖະກິດສວຍງາມ “.
ທ່ານ ນາງ ຢາງ ຊິ້ວພິງ ເລຂາທິການໃຫຍ່ສູນຈີນ – ອາຊຽນ ກ່າວວ່າ: ບັນດາປະເທດໃນພາກພື້ນ ພວມປັບປຸງກົນໄກຮ່ວມມື ແລະ ລົງເລິກການຮ່ວມມືດ້ານການທ່ອງທ່ຽວ ໂດຍຜ່ານການສ້າງເວທີແລກປ່ຽນ ແລະ ຮ່ວມມືຕ່າງໆ. ຂະນະທີ່ສູນ ຈີນ – ອາຊຽນ ພວມສຸມໃສ່ການສ້າງເວທີຮ່ວມມືການທ່ອງທ່ຽວ ຈີນ – ອາຊຽນ ເພື່ອໂຄສະນາຊັບພະຍາກອນທ່ອງທ່ຽວທີ່ມີຄຸນນະພາບ ຂອງຈີນ ແລະ ອາຊຽນ, ຊຸກຍູ້ອົງການທ່ອງທ່ຽວຂອງສອງຝ່າຍຕິດຕໍ່ກັນ, ຊຸກຍູ້ການປະດິດສ້າງໃໝ່ຜະລິດຕະພັນທ່ອງທ່ຽວ. ງານວາງສະແດງສິນຄ້າ ຈີນ – ອາຊຽນ ຈັດຂຶ້ນຢ່າງສຳເລັດຜົນ 13 ປີມານີ້ ໄດ້ພະຍາຍາມຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວໃນພາກພື້ນມາໂດຍຕະຫຼອດ ໂດຍເລີ່ມແຕ່ປີ 2005 ເປັນຕົ້ນມາ, ງານວາງສະແດງສິນຄ້າ ຈີນ – ອາຊຽນ ກໍ່ມີລາຍການ ” ຕົວເມືອງທີ່ເຕັມໄປດ້ວຍມົນສະເໜ່ ” ໃນທຸກປີ ໂດຍຈີນ ແລະ ບັນດາປະເທດໃນອາຊຽນໄດ້ເລືອກຕົວເມືອງທີ່ມີລັກສະນະຕົວແທນຂອງຕົນເອງເປັນ ” ຕົວເມືອງທີ່ເຕັມໄປດ້ວຍມົນສະເໜ່ ” ເພື່ອສະແດງການພັດທະນາ ແລະ ໂອກາດການຄ້າຂອງຕົວເມືອງແຫ່ງນີ້ໃນດ້ານການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ວັດທະນະທຳ ແລະ ການທ່ອງທ່ຽວ ເປັນຕົ້ນ.
ເວັບໄຊການທ່ອງທ່ຽວທີ່ກ່ຽວຂ້ອງໄດ້ເປີດເຜີຍວ່າ: ໃນ 7 ເດືອນຕົ້ນປີນີ້, ຄົນຈີນທີ່ໄປທ່ອງທ່ຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ເພີ່ມຂຶ້ນ 2.5 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຈີນ ແລະ ອາຊຽນ ຕ່າງກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຕະຫຼາດນັກທ່ອງທ່ຽວໃຫຍ່ທີ່ສຸດຂອງແຕ່ລະຝ່າຍ.
Editor: ກຳປານາດ ລັດຖະເຮົ້າ