ເວົ້າເຖິງວັດພະເຈົ້າສິງຄຳ ນັບໄດ້ວ່າເປັນອີກວັດ ທີ່ມີຄວາມສຳຄັນ, ທີ່ຕັ້ງຢູ່ໃຈກາງເທດສະບານເມືອງຫຼາ, ແຂວງອຸດົມໄຊ ເປັນວັດທີ່ເກົ່າແກ່, ທີ່ມີປະຫວັດຄວາມເປັນມາທີ່ຍາວນານ ແລະ ເປັນວັດທີ່ມີ ພະເຈົ້າ ອົງສັກສິດ ແຫ່ງໜຶ່ງທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປໄດ້ເຂົ້າໄປກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງຂອງແຕ່ລະຄົນບໍ່ໄດ້ຂາດໃນແຕ່ລະວັນ.
ວັດພະເຈົ້າສິງຄຳ ແຕ່ກ່ອນ ເອີ້ນວ່າ “ວັດກາງ” ເພາະເປັນວັດໃຫຍ່ ທີ່ຊາວເມືອງຫຼາ ພາກັນມາກາບໄຫ້ວສັກກາລະບູຊາເປັນທີ່ເພິ່ງທາງໃຈ. ຕາມການສັນນິຖານຂອງເຖົ້າແກ່, ວັດນີ້ໄດ້ສ້າງຂຶ້ນ ປະມານ 2,000 ກວ່າປີມາແລ້ວ ຕັ້ງຢູ່ເທິງພູເຂົາຄວາຍ ບ້ານປາກຫຼາ (ປະຈຸບັນໂຮມເປັນບ້ານດອນສະອາດ). ພາຍຫຼັງໄດ້ນຳເອົາພະເຈົ້າສິງຄຳ ມາປະດິດສະຖານໄວ້ນະທີ່ນີ້ ຈຶ່ງປ່ຽນຊື່ ວັດກາງ ມາເປັນ “ວັດພະເຈົ້າສິງຄຳ” ຕາມຊື່ຂອງພະເຈົ້າສິງຄຳ ສຶບຕໍ່ມາຈົນເຖິງປະຈຸບັນ.
ລະຫວ່າງປີ ພສ 2000 ກົງກັບປີ ຄສ 1457 ຊາວບ້ານຈຶ່ງໄດ້ ສ້າງອາຣາມ ແບບສີລະປະເຜົ່າລື້ ຂຶ້ນ ແລະ ໄດ້ກໍ່ອຸໂມງກວມໄວ້ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳ ໄວ້ໃນອຸໂມງ ຮອດປີ ພສ 2743 (ຄສ 1930) ໄດ້ມີສາທຸຈຳປາ ເປັນຄົນບ້ານດອນລ້ອມ ໄດ້ມາປະຈຳ ແລະ ນຳພະສົງສາມະເນນ ອອກຕົນຍາດໂຍມສືບຕໍ່ ກໍ່ສ້າງຈົນສຳເລັດ ແລະ ໄດ້ຮັບການບູລະນະ ເສີມສ້າງ ສຶບຕໍ່ກັນມາ ໃນແຕ່ລະລຸ້ນ. ພະເຈົ້າສິງຄຳ ແມ່ນເປັນພະພຸດທະຮູບ ທີ່ສັກສິດ ຄູ່ບ້ານຄູ່ເມືອງ ຂອງປະຊາຊົນເມືອງຫລາ ກໍ່ຄື ຊາວແຂວງອຸດົມໄຊ. ເປັນມໍລະດົກທາງວັດທະນະທຳ ທີ່ລ້ຳຄ່າ ຂອງລາວ ປວງຊົນລາວ, ປະຊາຊົນ ໃຫ້ຄວາມເຄົາລົບນັບຖືກ, ຫວງແຫນ ປົກປັກຮັກສາ ເປັນຢ່າງດີ ເວລາກາຍໄປ-ມາ ຫລື ເດີນທາງ ໄປທີ່ແຂວງອຸດົມໄຊ ກໍ່ຖືໂອກາດນີ້ ໄປກາບໄຫວ ເພື່ອຄວາມເປັນສີລິມົງຄຸນ.
Editor: ກຳປານາດ ລັດຖະເຮົ້າ