ນ້ຳຕົກຕາດຟານ ທີ່ເມືອງປາກຊ່ອງ, ແຂວງຈຳປາສັກ ນັບໄດ້ວ່າເປັນອີກສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ຂອງແຂວງຈຳປາສັກ ກໍ່ຄືເມືອງປາກຊ່ອງ. ເພາະມີຄວາມສວຍງາມ ທາງດ້ານທຳມະຊາດ ແລະ ຄວາມໂດດເດັ່ນຂອງນ້ຳຕົກ. ຕາດຟານ ເປັນນ້ຳຕົກ ສອງສາຍ ທີ່ໄຫລມາເປັນຄູ່ຂະຫນານ ແລະ ຕົກລົງສູ່ງຫນ້າຝາ ທີ່ມີຄວາມສູງ 100 ກວ່າແມັດ, ເຮັດໃຫ້ມີຄວາມສວຍງາມໂດດເດັ່ນ ເມື່ອໄດ້ມາພົບເຫັນ, ໃນໄລຍະຜ່ານມາ ໄດ້ມີນັກທ່ອງທ່ຽວ ເດີນທາງມາສຳຜັດ ກັບສະຖານທີ່ດັ່ງກ່າວ ຢູ່ເລື້ອຍໆ ນັບທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ຕະຫລອດປີ. ສະເພາະລະດູການທີ່ນ້ຳຄົກມີຄວາມສວຍງາມຫລາຍ ແມ່ນໄລຍະ ລະດູຝົນ ກໍລະກົດ ເຖິງ ພະຈິກ, ເພາະມີນ້ຳໄຫລມາຫລາຍ ເຮັດໃຫ້ສາຍນ້ຳທີ່ຕົກລົງຫນ້າຝາ ມີຄວາມສວຍງາມ ແລະ ເປັນອາຍຫມອກປິວໄປທົ່ວບໍລິເວນ.
ເພື່ອເຮັດໃຫ້ ສະຖານທີ່ຕາດຟານ ດັ່ງກ່າວນີ້ ມີຄວາມໂດດເດັ່ນ ຂື້ນມາຕື່ມ ແລະ ເປັນສິ່ງທ້າທາຍຫລາຍຂື້ນ, ຜູ້ສຳປະທານ ເຂດດັ່ງກ່າວ ໄດ້ຈັດກິດຈະກຳເສີມໃສ່ຕື່ມ ໂດຍໃຫ້ບໍລິການ ດື່ມນ້ຳຊາ ຫລື ກາເຟ ແບບຫວາດສຽວ ທາມກາງສາຍສະລິງ ມີທັງໂຕະ ກາເຟ ຢູ່່ທາມກາງທຳມະຊາດ ແລະ ບັນຍາກາດຄວາມສວຍງາມ ຂອງນ້ຳຕົກຕາດຟານ ເຊິ່ງເຮັດໃຫ້ນັກທ່ອງທ່ຽວ ໄດ້ສຳຜັດກັບຄວາມຕື່ນເຕັ້ນ, ຄວາມຫວາດສຽວ ແລະ ທ້າທາຍ ໃນສິ່ງແປກໃຫມ່.
Editor: ກຳປານາດ ລັດຖະເຮົ້າ