ສຳລັບ ບຸນຊ່ວງເຮືອປະເພນີປະຈຳປີທ່າວັດຈັນ ມີຟາມໄຊຢູ່ທ່າວັດຈັນ ທີ່ເປັນສະຖານທີ່ສຳລັບໃຫ້ການນຳພັກ-ລັດ ແຂກຕ່າງປະເທດ ແລະ ພະນັກງານ ພ້ອມດ້ວຍມວນຊົນທົ່ວໄປ ໄດ້ຊົມການແຂ່ງຂັນເຮືອຊ່ວງຢູ່ໜ້ານໍ້າຂອງ ແລະ ໄດ້ກຳນົດເອົາຈຸດນີ້ ເປັນສະຖານທີ່ຊ່ວງເຮືອມາຕະຫຼອດ ແຕ່ຕົກມາໄລຍະສອງປີມານີ້ ເນື່ອງຈາກສະຖານທີ່ຊ່ວງເຮືອທ່າວັດຈັນ ສະພາບນໍ້າຂອງໄດ້ມີການປ່ຽນແປງນໍ້າບົກແຫ້ງ ບໍ່ສາມາດຊ່ວງເຮືອຂະໜາດໃຫຍ່ໄດ້ ດັ່ງນັ້ນ ຄະນະກໍາມະການຈັດງານ ໂດຍການເຫັນດີຈາກອຳນາດການປົກຄອງເມືອງ ແລະ ນະຄອນຫຼວງວຽງຈັນ ກໍ່ຄື ພາກສ່ວນກ່ຽວຂ້ອງໄດ້ມີການປ່ຽນສະຖານທີ່ຊ່ວງເຮືອຍັບຍ້າຍຂຶ້ນມາຊ່ວງຢູ່ເຂດບ້ານສີຖານເໜືອ, ເມືອງສີໂຄດຕະບອງ ແລະ ຜ່ານການຈັດຕັ້ງເຫັນວ່າສະຖານທີ່ຟາມໄຊຈຸດດັ່ງກ່າວ ແມ່ນບໍ່ມີຄວາມເໝາະສົມຄືກັບຢູ່ຈຸດທ່າວັດຈັນ ເນື່ອງຈາກມີສະຖານທີ່ຄັບແຄບ ແລະ ການເຂົ້າ-ອອກລົດແອອັດ ພົບຄວາມຫຍຸ້ງຍາກ ເມື່ອເປັນຄືແນວນັ້ນ ຄະນະກຳມະການ ກໍ່ຄື ອຳນາດການປົກຄອງເມືອງຈັນທະບູລີ ສົມທົບກັບ ພາກສ່ວນກ່ຽວຂ້ອງໄດ້ປຶກສາຫາລືກ່ຽວກັບການປ່ຽນແປງວັນເວລາຈັດງານບຸນຊ່ວງເຮືອປະເພນີທ່າວັດຈັນ ມາໃສ່ມື້ບຸນຫໍ່ເຂົ້າສະຫຼາກໃນວັນທີ 5-6 ກັນຍາ 2017 ແລະ ກໍ່ໄດ້ສະເໜີໄປຍັງການນໍານະຄອນຫຼວງວຽງຈັນພິຈາລະນາ ຕໍ່ກັບບັນຫານີ້ໄດ້ມີບາງຄົນນຳເອົາບັນຫາດັ່ງກ່າວລົງທາງສື່ອອນລາຍ ໂດຍສະເພາະເຟສບຸກເຮັດໃຫ້ສັງຄົມມີຄວາມສັບສົນຕໍ່ກັບການຈັດວັນເວລາງານບຸນຊ່ວງເຮືອທີ່ທ່າວັດຈັນຈະເອົາມື້ໃດແທ້.
ຫລ້າສຸດທ່ານ ບຸນທ່ຽງ ຂຸນສີ, ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ຫນັງສືພິມວຽງຈັນໃຫມ່ ໃນວັນທີ 15 ສິງຫາ 2017 ວ່າ: ກ່ຽວກັບບຸນປະເພນີຊ່ວງເຮືອທ່າວັດຈັນປີ 2017 ແລະ ຜ່ານການຄົ້ນຄວ້າສະເໜີຂອງເມືອງຈັນທະບູລີ ຄະນະນຳ ກໍ່ຄື ຄະນະປະຈຳພັກນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າເປັນເອກະພາບກັນເຫັນວ່າ ບຸນຊ່ວງເຮືອທີ່ທ່າວັດຈັນ ແມ່ນໃຫ້ເຮັດຖືກຕາມຮີດຄອງ ທີ່ເຄີຍປະຕິບັດກັນມາແຕ່ລະປີ ຈະບໍ່ມີການປ່ຽນແປງວັນເວລາຈັດງານບຸນຊ່ວງເຮືອ ຕາມທີ່ຂ່າວລືຜ່ານມາ ທີ່ວ່າ ຈະຊ່ວງເຮືອໃສ່ມື້ບຸນເຂົ້າສະຫຼາກກົງກັນມື້ຂຶ້ນ 15 ຄໍ່າເດືອນຕຸລາ ຫຼື ວັນທີ 6 ກັນຍາ 2017 ນັ້ນແມ່ນຈະບໍ່ໃຫ້ຈັດໃສ່ ແລະ ໃຫ້ປະຕິບັດຄືເກົ່າໃສ່ມື້ບຸນອອກພັນສາປະວໍລະນາໃນວັນທີ 5-6 ຕຸລາ 2017 ແລະ ສະຖານທີ່ຊ່ວງເຮືອໃຫ້ກັບຄືນມາຈັດຢູ່ສະຖານທີ່ເກົ່າທ່າວັດຈັນ ແຕ່ຈະມີການປ່ຽນແປງບາງອັນ ຄື ຖ້າປີໃດນໍ້າຂອງຂຶ້ນຫຼາຍໃຫ້ຊ່ວງເຮືອໃຫຍ່ແຕ່ປີໃດນໍ້າຂອງບົກແຫ້ງຕື່ນເຂີນ ແມ່ນໃຫ້ຊ່ວງເຮືອນ້ອຍໄປຕາມສະພາບແວດລ້ອມຂອງທຳມະຊາດ ທັງນີ້ ກໍ່ເພື່ອປະຕິບັດຕາມຮີດຄອງປະເພນີທີ່ເຄີຍສືບທອດກັນມາຫຼາຍເຊັນຄົນ ດັ່ງນັ້ນ ສັງຄົມກໍ່ຄືປະຊາຊົນບັນດາເຜົ່າຊາວນະຄອນ ຫຼວງວຽງຈັນ ຈົ່ງເຂົ້າໃຈຕາມນີ້ ແລະ ບໍ່ໃຫ້ເຊື່ອຂໍ້ມູນກໍ່ຄືຂ່າວລືທາງສື່ອອນລາຍ.
Editor: ຕະວັນ ແສງສະຫວັນ