ຜ່ານມາ ທີມງານຂ່າວ ເຄີຍໄດ້ເອົາເລື່ອງລາວ ການຄວັດ ແລະ ແກະສະຫລັກ ພະພຸດທະຮູບ ໃນ 2 ຊ້າງທາງ 1 ອີ ລະຫວ່າງ ຊາຍແດນເມືອງນາກາຍ, ແຂວງຄຳມ່ວນ ຫາ ເມືອງຄຳເກີດ, ແຂວງບໍລິຄຳໄຊ. ໃນຕອນນັ້ນ ແມ່ນຍັງບໍ່ທັນສຳເລັດເທື່ອ ແລະ ບໍ່ທັນເຜີຍຄວາມງາມປານໃດ, ແຕ່ການນຳມາສະເຫນີ ຄັ້ງນີ້ ແມ່ນພາບທີ່ມີຄວາມສວຍງາມຫລາຍ ຂອງຮູບຄວັດ ແກະລະລັກ ພະປະຈຳວັນເກີດ ໃນແຕ່ລະປາງ ສວຍງາມ ອ່ອນຊ້ອຍ ເຊີ່ງເປັນເສັ້ນທາງແຫ່ງທຳອິດ ທີ່ມີສິລະປະການຄວັດ ພະພຸດທະຮູບ ໄວ້ປະດັບ ສອງຂ້າງທາງ ເພື່ອເປັນທີ່ເຄົາລົບ ຂາບໄຫວ ແລະ ຍັງເປັນທີ່ດຶງດູດຂອງນັກເດິນທາງ ເປັນສີສັນ ວັດທະນະທຳ ທີ່ມີຄວາມສວຍງາມ ເປັນເອກະລັກ ໃນຂົງເຂດເສັ້ນທາງແຫ່ງນີ້. ເສັ້ນທາງ 1 ອີ ຖືວ່າເປັນເສັ້ນທາງຍຸດທະສາດ ລະຫວ່າງ 2 ແຂວງ ຄຳມ່ວນ ແລະ ແຊວງບໍລິຄພໄຊ, ໂດຍສະເພາະ ເມືອງນາກາຍ ແລະ ເມືອງຄຳເກີດ ພາຍຫລັງສຳເລັດການກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ເຮັດໃຫ້ການສັນຈອນໄປມາ, ການຄົມມະນາຄົມ ໄປມາຫາສູ່ ມີຄວາມສະດວກສະບາຍ ທ່າມກາງຜູຝາປ່າໄມ້ ແລະ ທຳມະຊາດທີ່ສວນງາມ ຜູ້ສຳປະທານ ຈີ່ງເກີດມິແຮງບັນດາໃຈ ສ້າງພະພຸດທະຮູບ ປາງຕ່າງໆ ໃນແຕ່ລະວັນ ເພື່ອໃຫ້ເປັນທີ່ເຄົາລົບ ໃນເວລາເດີນທາງໄປມາ ແລະ ຖ່າຍພາບ ເປັນທີ່ບັນທຶກໄວ້. ພະພຸດທະຮູບ ທີ່ຄວັດ ແລະ ແກະສະລັກ ປະກອບມີ, ປາງນັ່ງສະມາທິ, ປາງປະທານພອນ, ປາງຊະນະມານ, ປາງລຳເພີງ, ປາງອຸ້ມບາດ, ປາງໃສ່ຍາດ ( ນອນ), ປາງນາກປົກ ແລະ ຍັງມີປາງອື່ນໆ ທີ່ສວຍງາມ.
Editor: ກຳປານາດ ລັດຖະເຮົ້າ