ເມື່ອເດີນທາງໄປທ່ຽວແຂວງສະຫວັນນະເຂດ ນັກທ່ອງທ່ຽວ ສາມາດເດີນທາງໄປທ່ຽວ ຜາສາດຫີນເກົ່າແກ່ ອາຍຸ 2 ພັນກວ່າປີ ເຊີ່ງສະຖານທີ່ດັ່ງກ່າວ ຕັ້ງຢູ່ບ້ານເຮືອນຫີນ, ເມືອງໄຊພູທອງ, ໄລຍະຫ່າງຈາກຕົວເມືອງ: ປະມານ 10 ກິໂລແມັດ, ການເຂົ້າເຖິງແຫລ່ງທ່ອງທ່ຽວດັ່ງກ່າວ ແມ່ນມີຄວາມສະດວກ ສະບາຍ ເສັ້ນທາງເຂົ້າເຖິງ ໃນປະຈຸບັນພາກສ່ວນຄຸ້ມຄອງ ແມ່ນ ຫ້ອງການ ຖວທ ເມືອງໄຊພູທອງ ເປັນຜູ້ຄຸ້ມຄອງ ເຮືອນຫີນຈັດລະດັບແຫລ່ງທ່ອງທ່ຽວຢູ່ໃນຂັ້ນເມືອງ ຖ້າກ້າວເຖິງປະຫວັດການກໍ່ສ້າງ ຈາກການລວຍລວມຫລັກຖານໃຫ້ຮູ້ວ່າ: ເຮືອນຫີນ ແມ່ນຮ່ອງຮອຍທາງດ້ານປະຫວັດສາດ ເກົ່າແກ່ຍາວນານ ເຊິ່ງສ້າງຂຶ້ນໃນ ອານາຈັກສີໂຄດຕະບູນ ເຊິ່ງເປັນອານາຈັກທີ່ເຂັ້ມແຂງ ແລະ ໜ້າເກງຂາມ ຂອງອານາຈັກອື່ນໆ ທີ່ຢູ່ໃກ້ຄຽງ. ລາວລາວປີ ຄສ 557 ນັ້ນ ມີຂຸນອັງຄະຣາດ ແລະ ອົມມະຣາດ ເປັນສອງອ້າຍນ້ອງໄດ້ນໍາພາສ້າງ ຜາສາດຫີນ ຫລື ເຮືອນຫີນ ແຫ່ງນີ້ຂຶ້ນ, ເພື່ອເປັນທີ່ເຄົາລົບກາບໄຫວ້ ເທບພະເຈົ້າຂອງສາສະໜາພາມ, ຂຸນອັງຄະຣາດ ຜູ້ນໍາພາສ້າງ ໄດ້ເຈາະ ອຸໂມງ ຢູ່ກະໂຕພື້ນຜາສາດຫີນ, ກ້ອນຫີນທີ່ນໍາມາສ້າງ ໄດ້ເອົາສິ່ວເຈາະມາ ຈາກຫລາຍບ່ອນ ເຊິ່ງບ່ອນທີ່ໃຫຍ່ທີ່ສຸດ ແມ່ນຢູ່ບ່ອນເບື້ອງຕາເວັ້ນຕົກ ຫ່າງຈາກ ຜາສາດຫີນ ປະມານ 1 ກິໂລແມັດ, ເອີ້ນວ່າ “ວັງເຮືອ” ຍ້ອນວ່າຮ່ອງຮອຍ ທີ່ສິ່ວເຈາະເອົາຫີນນັ້ນ ໄປສ້າງເຮືອນຫີນ ເຊິ່ງໃນປະຈຸບັນນີ້ ຍັງມີຮ່ອຍຮອງເປັນລັກສະນະ ຮູບຄ້າຍຄືເຮືອ ບາງຈຸດຍັງມີເສດເຫຼືອ ຈາກກ້ອນຫີນ ທີ່ເຈາະອອກມາ ແລະ ຍັງບໍ່ທັນໄດ້ເອົາໄປສ້າງຍັງຍາຍ ເປັນຈໍານວນຫຼາຍ, ເພິ່ນສ້າງຈົນຮອດປີ ຄສ 700 ກໍ່ໜົດ ສະໄໜລາສະວົງ, ຍ້ອນມີພາກສ່ວນອື່ນ ມາຢຶດຄອງແທນ ເປັນອັນວ່າ ຢຸດຕິການກໍ່ສ້າງຜາສາດຫີນ ສະນັ້ນ, ຜາສາດຫີນ ຈຶ່ງມີຮູບຊົງບໍ່ສໍາເລັດ ຈົນເຖິງປະຈຸບັນນີ້, ສະຖານທີ່ທ່ອງທ່ຽວແຫ່ງນີ້ ໄດ້ຮັບການອະນຸລັກ ປົກປັກຮັກສາ ຮູບແບບດັ່ງເດີມໄວ້ ເພື່ອເປັນບ່ອນສຶກສາຄົ້ນຄວ້າ ທາງປະຫວັດສາດ ແລະ ການສ້າງຂື້ນເພື່ອຈຸດປະສົງຫຍັງ, ຫີນທີ່ນຳມາສ້າງ, ແຮງງານຄົນທີ່ມາສ້າງ, ການອອກແບບ ຫົວຄິດປະດິດສ້າງ ຂອງຄົນໃນສະໄຫມກ່ອນ ທີ່ີຫນ້າອັດສະຈັນ. ປະຈຸບັນ ແຫລ່ງທ່ອງທ່ຽວແຫ່ງນີ້ ແມ່ນມີຊື່ສຽງ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມັກເດີນທາງມາຢ້ຽມຢາມ ທ່ຽວຊົມເລື້ອຍໆ.
Editor: ກຳປານາດ ລັດຖະເຮົ້າ