ຖໍ້າຕິ່ງ ຕັ້ງຢູ່ຝັ່ງຕາເວັນຕົກແມ່ນໍ້າຂອງ ເມືອງປາກອູ ແຂວງຫຼວງພະບາງ, ມີສອງຖໍ້າ ຄືຖໍ້າລຸ່ມ ແລະ ຖໍ້າເທິງ, ຖໍ້າລຸ່ມຢູ່ໜ້າຜາ ແຄມຂອງ ຖໍ້າເທິງຢູ່ພູຫີນ ລັກສະນະທັງສອງຖໍ້າ ເປັນຖໍ້າຕັນ.
ຖໍ້າລຸ່ມ ເຕັມໄປດ້ວຍພຣະ ໃນຮ້ານພຣະທີ່ສ້າງຂຶ້ນດ້ວຍມືຄົນ ສິລະປະລາວ ທາງສາສນາ ລັກສະນະຖໍ້າລຸ່ມ ມີຈຸດປະສົງເປັນຫໍໄຫວ້, ສ່ວນຖໍ້າເທິງ ທາງໃນມີພຣະພຸດທະຮູບ, ຮ້ານພຣະ, ພື້ນມີການກໍ່ດ້ວຍດີຈີ່ ຍົກພື້ນ ອ້ອມຮອບມີສີມາ ຄ້າຍສິມ ຜູ້ຂຽນສັນນິຖານວ່າ ເປັນສີມາ, ຢູ່ຜະໜັງຖໍ້າດ້ານໃນ ມີການແກ່ສະຫຼັກຜາເປັນຮູບສິງ (ສັງເກດຈຶ່ງເຫັນ) ໃນຜະໜັງມີຮູເຈາະຄ້າຍໆ ມີວັດຖຸປະສົງເປັນບ່ອນໃສ່ພຣະພຸດທະຮູບ, ດ້ານນອກຜາ ມີລວຍລາຍລາວ ດັ່ງທີ່ເຫັນໃນຮູບ
ສັນນິຖານ ຖໍ້າຕິ່ງ ວ່າເປັນສິມ ແລະ ວັດ ຫຼັງຈາກພົບຫຼັກຖານສີມາ ແລະ ພື້ນກໍ່ສີ່ຫຼ່ຽມຈຶ່ງສັນນິຖານວ່າ ຖໍ້າເທິງແມ່ນຖໍ້າ “ສິມ” ຫາກເປັນເຊັ່ນນີ້ ບໍລິເວນຖໍ້າຕິ່ງທັງໝົດແມ່ນວັດບູຮານກ່ອນປະຫວັດສາດ ເພາະທີ່ໃດມີສິມ ທີ່ນັ້ນແມ່ນວັດ. (ຂໍ້ຄວນລະວັງສຳລັບ ທຸກຄົນ ເວລາໄປຖໍ້າເທິງ ເພື່ອບໍ່ໃຫ້ເປັນອະທິກຳ ຢ່າຂຶ້ນຢຽມພື້ນ 4 ຫຼ່ຽມນັ້ນ ຄືຢ່າເຂົ້າໄປໃນ ກາຍເສມາເຂົ້າໄປ)
ການພົບຄັ້ງທຳອິດໃນຖໍ້າຕິ່ງ ພົບຫຼັກຖານທາງປະຫວັດສາດຖໍ້າຄາດວ່າ ມິອາຍຸເກີນ 3,000 ປີ ໃນປີ 1999 ພົບຫຼັກຖານ ຄື:
1. ພົບພື້ນກໍ່ດິນຈີ່ສີ່ຫຼ່ຽມ
2. ພົບເສມາ(ອ້ອມພື້ນດິນຈີ່ສີ່ຫຼ່ຽມ)
3. ພົບຮູບສະຫຼັກຫີນຜາຄ້າຍສິມ.
4. ສຳຄັນທີ່ສຸດ ໄດ້ພົບພາບແຕ້ມບູຮານ ສີແດງຢູ່ນອກຜາຖໍ້າເທິງ
5. ພົບສີລາຂຽນປະກາດ.
- ຫຼັກຖານ 5 ຢ່າງນີ້ ເປັນຫຼັກຖານໃຫ້ສັນນິຖານວ່າ ຖໍ້ານີ້ເປັນວັດບູຮານ, ຫຼັກຖານທີ 1-3 ເປັນການຢັ້ງຢືນວ່າ: ເປັນວັດບູຮານກ່ອນປະຫວັດສາດພຸດທະສາສະໜາ ແລະ ປະຫວັດສາດຊາດລາວ ສະໄໝພຣະເຈົ້າຟ້າງຸ່ມ ວ່າ: ມີພຸດທະສາສະໜາເຂົ້າມາຍັງດິນແດນລາວກ່ອນຍຸກລ້ານຊ້າງແລ້ວ ເພາະສະໄໝກ່ອນໜ້ານັ້ນ ພຣະສົງຈະຢູ່ໃນປ່າໝົດ ບໍ່ຢູ່ໃກ້ບ້ານ ໃນສະໄໝພຣະເຈົ້າຟ້າງຸ່ມ ເຮົາຮູ້ໃນນາມວ່າ “ອະຣັນຍະວາສີ” (ພຣະປ່າ-ວັດປ່າ) ເພາະໃນສະໄໝພຣະເຈົ້າຟ້າງຸ່ມ ມີການນິມົນພຣະສົງມາຢູ່ໃກ້ບ້ານ ເພື່ອງ່າຍຕໍ່ການອຸປະຖຳ ແລະ ສັ່ງສອນຍາດໂຍມ.
- ຫຼັກຖານທີ 4 ເປັນຫຼັກຖານ ສຳຄັນສຸດ ທີ່ເຮັດໃຫ້ຮູ້ວ່າ ຖໍ້ານີ້ມີມະນຸດ(ຄົນ)ອາໄສຢູ່ ມາກ່ອນ 3000 ພັນກວ່າປີ ເພາະພົບພາບແຕ້ມບູຮານສີແດງ ມີຮູບຄົນ ຖືທະນູ, ຮູບສັດສີ່ຂາປະເພດງົວ ຫຼືຄວາຍ, ຮູບເຮືອ, ຮູບປາ ຍັງມີພາບອື່ນໆ ອີກສີຈາງໆ
- ຫຼັກຖານທີ 5 ເປັນໝາຍປະກາດ ປິ 1932 ອາຍຸ 85 ປິ ອັນນີ້ ເຮັດໃຫ້ວິເຄາະວ່າ ຖໍ້າຕິ່ງມີຄວາມສຳຄັນຕໍ່ລາຊະສຳນັກ ລ້ານຊ້າງ ມານານໂດຍລາຊະປະເພນີ ຈຶ່ງໃຫ້ລາຊະສຳນັກເອົາໃຈໃສ່ອຸປະຖຳປົກປັກຮັກສາມາ ດ້ວຍກົດໝາຍ.
Editor: ກຳປານາດ ລັດຖະເຮົ້າ