ໃນວັນທີ 2 ສິງຫານີ້, ແຂວງຊຽງຂວາງ ຮ່ວມກັບ ກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມນຳສະເໜີແຫລ່ງໄຫຫີນຈຳນວນ 11 ແຫ່ງທີ່ມີ ໄຫຫີນ ທັງໝົດ 999 ໜ່ວຍເຂົ້າເປັນມໍລະດົກໂລກ, ພາຍໃຕ້ການເປັນປະທານຂອງທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ, ມີທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີວິຊາການຈາກ ອຸຍແນສະໂກ UNESCO ປະຈຳ ລາວ ແລະ ໄທ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ກອງປະຊຸມໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໂຄງການໃນໄລຍະຜ່ານມາ, ລາຍງານຜົນສຳຫລວດເກັບກຳຂໍ້ມູນທາງ GPS ຂອງຄະນະວິຊາການ, ການກະກຽມແຜນທີ່ ແລະ ການກຳນົດຂອບເຂດພື້ນທີ່ອະນຸລັກປົກປັກຮັກສາ, ການເກັບກຳຂໍ້ມູນຕອບສະໜອງແກ່ໂຄງການຂອງແຂວງ, ຜ່ານເນື້ອໃນ ແລະ ອົງປະກອບຂອງຄຳຮ້ອງນຳສະເໜີແຫລ່ງໄຫຫີນເປັນມໍລະດົກໂລກ, ລະບຽບການຄຸ້ມຄອງແຫລ່ງໄຫຫີນ, ການມີສ່ວນຮ່ວມຂອງຊຸມຊົນຕໍ່ກັບວຽກງານປົກປັກຮັກສາ ແລະ ຂະບວນການ, ຂັ້ນຕອນໃນການຂຽນຄຳຮ້ອງສະເໜີ ພາຍຫລັງຖືກຮັບຮອງຈາກລັດຖະບານລາວ.
ຈາກນັ້ນ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າພິຈາລະນາຫລາຍບັນຫາ ເພື່ອເຮັດໃຫ້ບົດລາຍງານການສະເໜີແຫລ່ງໄຫຫີນ ເປັນມໍລະດົກໂລກມີຄວາມສົມບູນ ແລະ ຄົບຖ້ວນ ເພື່ອນຳສະເໜີ ລັດຖະບານພິຈາລະນາໃນຂັ້ນຕໍ່ໄປ.
ຂອບໃຈຂໍມູນຈາກຫນັງສືພິມລາວພັດທະນາ
Editor: ຕະວັນ ແສງສະຫວັນ