ໃນກາງເດືອນ ກໍລະກົດ 2017 ( 10-15 ກໍລະກົດ ) ຜ່ານມານີ້, ທີ່ປະເທດມາເລເຊຍ ໄດ້ມີການຈັດງານສື່ມວນຊົນ ແລະ ສື່ອອນໄລ ອາຊຽນ ຊອກຫາແຫລ່ງທ່ອງທ່ຽວ 2017 ທີ່ປະເທດມາເລເຊຍ ຈັດຂື້ນໂດຍອົງການທ່ອງທ່ຽວແຫ່ງຊາດ ຂອງມາເລເຊຍ ຮ່ວມກັບຜູ້ອຸປະຖຳ ແລະ ຜູ້ສະຫນັບ ໄດ້ເຊື້ອເຊີນເອົານັກຂ່າວ ແລະ ສື່ອອນໄລ ຈາກ 10 ປະເທດອາຊຽນ ລວມທັງບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ງານໄດ້ເລີ່ມຂືນໃນຕອນເຊົ້າວັນທີ 11 ກໍລະກົດ ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວມາເລເຊຍ, ນະຄອນຫລວງກົວລາລຳເປີ ໂດຍການກ່າວເປີດງານ ຂອງ ທ່ານ ດາໂຕະ ເຊຣີ ມູຫາມັດ ນາຊຣີ ອັບດູນ ອາຊິດ ລັດຖະມົນຕີ ກະຊວງການທ່ອງທ່ຽວ ແລະ ວັດທະນະທຳ ປະເທດມາເລເຊຍ, ເຊີ່ງທ່ານ ໄດ້ກ່າວເຖິງຈຸດປະສົງ ຂອງການຈັດງານຄັ້ງນີ້ ວ່າ: ການຈັດງານ ດັ່ງກ່າວ ເພື່ອເປັນການໂຄສະນາເຜີຍແຜ່ແຫລ່ງທ່ອງທ່ຽວ ທັງເກົ່າ ແລະ ໃຫມ່ ທີ່ມີຢູ່ໃນປະເທດມາເລເຊຍ, ເຊີ່ງນັກຂາຍສື່ມວນຊົນ ແລະ ສື່ອອນໄລ ຈາກ 10 ປະເທດ ອາຊຽນ ທີ່ເດີນທາງໄປຮ່ວມກິດຈະກຳ ຄັ້ງນີ້ ແມ່ນໄດ້ຮ່ວມກັນສ້າງກິດຈະກຳ ຢູ່ໃນ 2 ຈຸດໃຫຍ່ ຄື: ນະຄອນຫລວງກົວລາລຳເປີ ແລະ ເມືອງອີ່ໂປ້, ແຂວງເປຣັກ, ປະເທດມາເລຍເຊຍ. ສື່ມວນຊົນ ຈາກ 10 ປະເທດ ແມ່ນໄດ້ຂັບລົດເອງ ເພື່ອຮ່ວມກິດຈະກຳຕາມຈຸດທ່ອງທ່ຽວຕ່າງໆ ທີ່ທາງຄະນະຜູ້ຈັດງານ ໄດ້ກະກຽມໄວ້ໃຫ້.
ພາຍຫລັງຈາກກ່າວຈຸດປະສົງຂອງງານແລ້ວ ທ່ານ ລັດຖະມົນຕີ ກະຊວງທ່ອງທ່ຽວ ແລະ ວັດທະນະທຳ ມາເລເຊຍ ພ້ອມດ້ວຍຄູະນະ ໄດ້ຮ່ວມກັນເປີດຂະບວນລົດສື່ມວນຊົນ ອາຊຽນ ເພື່ອເຮັດກິດຈະກຳແຂ່ງຂັນ ຖ່າຍຮູບ ແລະ ຊອກຫາແຫລ່ງທ່ອງທ່ຽວ ຕາມຈຸດຕ່າງໆ,. ເຊັ່ນ: ຈຸດເສົາ ຫລັກທຸງໃຫຍ່ ຂອງປະເທດມາເລຍເຊຍ, ຖ້ຳບາຕູເຄບສ໌ ສາດສະຫນາຮິນດູ ຂອງຊາວອິນເດຍ-ມາເລ ທີ່ສວຍງາມ. ຫລັງຈາກນັ້ນ ຄະນະ ໄດ້ອອກເດີນທາງໄປຕໍ່ທີ່ເມືອງອີໂປ້, ແຂວງເປຣັກ ເຊິ່ງຢູ່ທີ່ນີ້ ຄະນະສື່ອາຊຽນ ໄດ້ໄປເບີ່ງວິຖີການດຳລົງຊີວິດ ທີ່ເຮືອນພັກແຮມ ຂອງປະຊາຊົນ ຫລື ທີ່ເອີ້ນວ່າ ໂຮມສະເຕ ທີ່ບ້ານລາບູກູບົງ. ໃນສະຖານທີ່ນີ້ ຄະນະ ສື່ມວນຊົນ ໄດ້ຮຽນຮູ້ວິທີການເຮັດອາຫານ, ການຈັກສານ, ການເຮັດວ່າວ, ເຄື່ອງດົນຕຣີ, ການລ້ຽງແມງຂີ້ສູດ, ການກິດເອົານ້ຳຢາງພາລາ ແລະ ຮ່ວມຫລີ້ນກິດຈະກຳ ສາມັກຄີ 10 ປະເທດອາຊຽນ ເຂົ້າສູ່ເສັນໄຊ. ແລະ ຫລັງຈາກນັ້ນ ໄດ້ໄປເບີ່ງ ແລະ ຮຽນຮູ້ກ່ຽວກັບການປັ້ນເຄື່ອງປັ້ນດິນເຜົາ ຫລື ເອີ້ນເປັນພາສາມາເລຍ ວ່າ ລາບູຊາຢົງ.
ເຊົ້າຂອງວັນຕໍ່ມາ ຄະນະສື່ມວນຊົນ ອາຊຽນ ໄດ້ເດີນທາງໄປຢ້ຽມຢາມ ສວນສະນຸກ ໃນເມືອງອີໂປ້ ທີ່ມີຊື່ວ່າ: ແມບ (Maps ) ເຊີ່ງຫຍໍ້ມາຈາກ MOVIE ANIMATION PARK STUDIOs ສະຖານທີ່ດັ່ງກ່າວ ເປັນສວນສະຫນຸກທີ່ມີຄວາມທັນສະໄຫມ ແຫ່ງທຳອິດ ໃນທະວີບອາຊີ. ເຊີ່ງໃນສະຖານທີ່ນີ້ ບັນດາສືມວນຊົນ ໄດ້ສຳຜັດກັບເຄື່ອງຫລີ້ນ, ຫລາກຮູບແບບ ພ້ອມທັງຮັບຊົມການສະແດງຂີ່ລົດຜາດໂຜນ, ຮັບຊົມຮູບເງົາກະຕູນ 3 ມິຕີເອນິເມຊັນ, ນອກນັ້ນຍັງໄດ້ເລາະຢ້ຽມຊົມສ່ວນຕ່າງໆຂອງສວນສະຫນຸກແຫ່ງນີ້.
ອອກຈາກນີ້ ຄະນະ ສື່ມວນຊົນອາຊຽນ ໄດ້ເດີນທາງກັບຄືນສູ່ນະຄອນຫລວງກົວລາລຳເປີ ພ້ອມທັງສຶບຕໍ່ໄປເມືອງພຸດທະຈາຢາ ເຊີ່ງເປັນເມືອງແຫ່ງສູນກາງປົກຄອງ ຂອງປະເທດມາເລເຊຍ ແລະ ໃນບ່ອນນີ້ ຄະນະສື່ ອາຊຽນ ໄດ້ໄປຢ້ຽມຊົມ ບັນດາສຳນັກງານລາດຊະການຂອງລັດ, ເຊັ່ນ: ສຳນັກງານນາຍົກລັດຖະມົນຕີ ມາເລເຊຍ, ລວມທັງສະຖານທີ່ສຳຄັນຕ່າງໆຕື່ມອີກ, ຫລັງຈາກນັ້ນ ຄະນະໄດ້ສຶບຕໍ່ເດີນທາງໄປຢ້ຽມຊົມສຳນັກງານໃຫຍ່ ຂອງສາຍການບິນ ແອເອເຊຍ, ພ້ອມທັງຮັບຟັງການບັນຍາຍ ຈາກຄະນະຮັບຜິດຊອບ ແລະ ໃນສະຖານທີ່ນີ້ ຄະນະ ໄດ້ທົດລອງຊີມອາຫານ ທີ່ເປັນເມນູໃຫມ່ ທີ່ໃຫ້ບໍລິການເທິງສາຍການບິນ ແອເອເຊຍ ຕື່ມອີກ. ເມນູທີ່ວ່າ ກໍ່ຄື ລາຊັນຢ່າໄກ່ ແລະ ກາແຟ ທີ່ ແອນ ໂກ້.
Editor: ກຳປານາດ ລັດຖະເຮົ້າ