ທິດຜ່ານມາ ຫ້ອງການສຶກສາທິການ ແລະ ກິລາເມືອງຄຳ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກິລາລາວ ຄົບຮອບ 51 ປີ ຄືວັນທີ່ 18 ກໍລະກົດ 1966 -18 ກໍລະກົດ 2017 ໂດຍ ພາຍໃຕ້ການຊີ້ນຳ-ນຳພາຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ-ເມືອງຄຳມີທ່ານ ທອງຜີວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ບຸນທອນ ແກ້ວບຸນຍົງ ຫົວໜ້າຫ້ອງການສຶກສາທິກການ ແລະ ກິລາເມືອງຄຳ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້ຫ້ອງການ, ທະຫານ, ຕຳຫຼວດ, ລັດວິສາຫາກິດ, ນັກທຸລະກິດ, ພ້ອມດ້ວຍພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນ ທ່ານ ບຸນທອນ ແກ້ວບຸນຍົງ ຫົວໜ້າຫ້ອງການສຶກສາທິກການ ແລະ ກິລາເມືອງ ໄດ້ຂື້ນຜ່ານປະຫວັດຄວາມເປັນມາ ໂດຍຫຍໍ້ຂອງວັນສ້າງຕັ້ງກິລາ-ກາຍຍະກຳ ວ່າ: ກິລາ-ກາຍຍະ ກຳຂອງລາວ ໃນສະໄໝໆກ່ອນທີ່ຍັງບໍ່ທັນມີພັກນຳພາ, ການຫຼີ້ນກິລາຍັງມີລັກສະນະເປັນກຸ່ມເປັນກ້ອນຢູ່ຕາມໝູ່ບ້ານຕ່າງໆ ບໍ່ມີການຈັດຕັ້ງ, ການແຂ່ງຂັນແຕ່ມີລັກສະນະແຂ່ງຂັນແບບເບີກບານມ່ວນຊື່ນຕາມງານບຸນປະເພນີຕ່າງໆເທົ່ານັ້ນ.
ຫຼັງຈາກນັ້ນ ມາຮອດສະໄໝທີ່ມີພັກນຳພາເຖິງແມ່ນວ່າຈະຢູ່ໃນໄລຍະສົງຄາມທີ່ດຸເດືອດແຕ່ກິລາກາຍຍະກຳ ກໍ່ຍັງໄດ້ເຄື່ອນໄປຕາມຈັງຫວະ ແລະ ກະແສຂອງຂະບວນການຕໍ່ສູ້ເພື່ອສັນຕິພາບ, ອິດສະຫຼະພາບພ້ອມທັງນ້ຳໃຈສາກົນ ກຳມະຊີບເຖິງແມ່ນວ່າບໍ່ເປັນອົງການຖາວອນ ແຕ່ບັນດາຜູ້ນຳທີ່ມັກຮັກກິລາ ເປັນຕົ້ນແມ່ນ ປະທານ ສຸພານຸວົງ, ປະທານ ໄກສອນ ພົບວິຫານ, ທ່ານ ຄຳໄຕ ສີພັນດອນ, ທ່ານ ພູມີ ວົງວິຈິດ, ທ່ານ ນາຍພົນ ສິງກະໂປ ສີໂຄດຈູນລະມະນີ ແລະ ຜູ້ນໍາພັກ-ລັດທ່ານອື່ນໆ ກໍ່ໄດ້ເຂົ້າຮ່ວມລົງສະໜາມກິລາປະເພດຕ່າງໆ, ໃນການຮັດແໜ້ນຄວາມສາມັກຄີ ກັບບັນດາສະຫາຍອ້າຍນ້ອງນັກຮົບປົດປ່ອຍ
ຊາດທັງພາຍໃນ ແລະ ຕ່າງປະເທດ ໃນບັນຍາກາດທີ່ບໍ່ເອື້ອອຳນວຍ, ສະຖານທີ່ມີການຕໍ່ສູ່ພາຍໃຕ້ຮ່າກະສູດປືນ ແລະ ລະເບີດ, ທ່າມກາງແປວໄຟແຫ່ງສົງຄາມຕໍ່ສູ້ປົດປ່ອຍຊາດເພື່ອສັນຕິພາບ, ຄວາມເປັນເອກະລາດຂອງຊາດ, ວຽກງານກິລາໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງລຽນຕິດ ຈາກບັນດາໜ່ວຍນ້ອຍໆຂອງພະນັກງານ, ນັກຮົບປົດປ່ອຍຊາດແນວໜ້າ ແລະ ແນວຫຼັງສາມາດປະກາດສ້າງຕັ້ງກິລາ-ກາຍຍະກຳຂອງລາວ ຂື້ນໃນວັນທີ່ 13 ກໍລະກົດ 1966 ໂດຍແມ່ນ ທ່ານ ສີສະຫວາດ ແກ້ວບຸນພັນ ຫົວໜ້າກົມເສນາທິການສູງສຸດ ເຊິ່ງກອງທັບປະຊາຊົນ ປະຕິວັດລາວ ເປັນຜູ້ປະກາດ, ຫຼັງຈາກນັ້ນ, ປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ່ 2 ທັນວາ 1975 ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານກິລາ, ພັດທະນາໄປຕາມຈັງຫວະ ໄປການຂະຫຍາຍຂອງເສດຖະກິດ-ສັງຄົມແຫ່ງຊາດ ແນໃສ່ສ້າງຄົນໃນຊາດມີສຸຂະພາບແຂງແຮງສົມບູນ, ຈິດໃຈປອດໂປ່ງ, ກຽມພ້ອມເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນສີວິໄລ.
ຕອນທ້າຍ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ-ເມືອງຄຳ ໄດ້ໃຫ້ກຽດຂື້ນໂອ້ລົມ ກ່ອນອື່ນໝົດທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຕໍ່ວຽກງານກິລາ-ກາຍ ຍະກຳ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 51 ປີ ໃນຄັ້ງນີ້ ເພື່ອເປັນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ເຊັ່ນ: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 46 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນສຳຄັນອື່ນໆຕື່ມອີກ. ພ້ອມທັງກ່າວເປີດພິທີຢ່າງເປັນທາງການ, ພ້ອມນັ້ນກໍ່ຍັງໄດ້ມີການສ້າງກິດຈະກຳເປັນຕົ້ນການຫຼີ້ນກິລາບານເຕະອາວຸໂສ ແລະ ດືງເຊືອກ ເປັນຂະບວນການຢ່າງຟົດຟື້ນ.
Editor: ກຳປານາດ ລັດຖະເຮົ້າ