ແຂວງຫົວພັນ ໄດ້ຕົກລົງອະນຸຍາດໃຫ້ວິສາຫະກິດ ແອກົ້ງ ພັດທະນາແຫລ່ງທ່ອງທ່ຽວທຳມະຊາດ ຕາດສະເຫຼີ້ຍ ເປັນຜູ້ສຳປະທານ ພັດທະນາ ສະຖານທີ່ທ່ອງທ່ຽວຕາດສະເຫຼີຍ ເມືອງຊໍາເຫນືອ ເພື່ອຍູ້ແຮງຂະແຫນງທ່ອງທ່ຽວແຂວງຫົວພັນ ໃຫ້ເຕີບໂຕຫລາຍຂຶ້ນກວ່າເກົ່າ. ໂຄງການນີ້ ເປັນການລົງທຶນຂອງນັກລົງທຶນພາຍໃນ 100 ສ່ວນຮ້ອຍ, ມີເນື້ອທີ່ສຳປະທານທັງໝົດ 11 ເຮັກຕາເຄິ່ງ, ໃນນີ້ໄດ້ແບ່ງເປັນ 4 ເຂດ ຄື: ເຂດອະນຸລັກ, ເຂດສະຫງວນ, ເຂດບໍລິການ ແລະ ເຂດສຳລັບການລົງທຶນຂອງພາກເອກະຊົນ. ມີມູນຄ່າການສຳປະທານ ທັງໝົດ 3 ຕື້ 200 ລ້ານກີບ ແລະ ທຶນຈົດທະບຽນ 1 ຕື້ກີບ, ມີອາຍຸສຳປະທານ 20 ປີ. ການພັດທະນາແບ່ງອອກເປັນສອງໄລຍະໃນການກໍ່ສ້າງຄື: ໄລະຍະທີ່ໜຶ່ງເລີ່ມແຕ່ປີ 2017-2019 ໃຫ້ສຳເລັດ, ມີ 7 ກິດຈະກໍາ ປະກອບມີ: ປັບປຸງບ່ອນຈອດລົດ ແລະ ສ້າງຮົ້ວອ້ອມເຂດບໍລິການ, ປັບປຸງທາງຍ່າງເຂົ້າຫາຕາດ, ສ້າງທາງຍ່າງ ແລະ ຈຸດພັກເຊົາຕາມແລວທາງຂຶ້ນໄປຫາ ຍອດຕາດ, ສ້າງກັນເຈື່ອນຕາມແຄມນໍ້າ, ປັບປຸງຮ້ານອາຫານ, ໜອງປາ, ປັບປຸງຂົວຊົມວິວຕາດ ແລະ ຈຸດພັກຜ່ອນນອນຊົມວິວ, ສ້າງຂົວຂ້າມໄປຫາ ດອນກາງທີ່ເປັນບ່ອນນັ່ງພັກຜ່ອນ.
ສ່ວນໄລຍະທີສອງ ເລີ່ມແຕ່ປີ 2019-2021 ໃຫ້ສຳເລັດ 2 ໂຄງການຄື: ສ້າງຣີສອດພັກແຮມແບບຊົງລາວຕິດພັນກັບທຳມະຊາດຂອງຊາດ ຈຳນວນ 6 ຫຼັງ ແລະ ສ້າງຕູບລຽບແຄມນໍ້າໃຫ້ໄດ້ 8 ຫຼັງ. ພ້ອມນີ້ຍັງມີລະບົບການປ້ອງກັນ, ຄວາມປອດໄພ ການບໍາລຸງຮັກສາ ແລະ ສຶກສາຜົນກະທົບດ້ານສິ່ງແວດລ້ອມ ແລະ ອຶ່ນໆ.
Editor: ກຳປານາດ ລັດຖະເຮົ້າ