ນ້ຳຕົກຕາດ ເຊປ້ອງໄລ່ ຕັ້ງຢູ່ເຂດເຊປຽນ ເມືອງສະໜາມໄຊ, ແຂວງອັດຕະປື ຫ່າງຕົວເມືອງ ປະມານ 75 ກິໂລແມັດ. ກຳເນີດຈາກສາຍນ້ຳເຊປຽນ, ຈຸດທີ່ຕັ້ງຢູ່ ພູໂຄນນອນ ໃນປ່າຄັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ, ເຊີ່ງສາຍນ້ຳດຽວກັນກັບນ້ຳຕົກຕາດແຊປ້ອງໄລ, ລັກສະນະຕາດ ມີຄວາມກ້ວາງປະມານ 130 ແມັດ, ນ້ຳໂຕນເປັນສອງປ່ອງ ຝັ່ງຊ້າຍ ມີຄວາມສູງ 20 ແມັດ, ແລະ ຝັ່ງຂວາ 35-40 ແມັດ. ຕາດດັ່ງກ່າວໄດ້ເລີ່ມການລົງສຳຫຼວດ ໃນລະຫວ່າງປີ 1998. ສຳລັບການເດີນທາງເຂົ້າໄປເຖິງເຂດດັ່ງກ່າວ ໄປໄດ້ທັງ 2 ລະດູ( ແລ້ງ ແລະ ຝົນ), ເດີນທາງດ້ວຍລົດໂອໂຕ, ລົກຈັກ, ລົດຖີບ ແລະ ລົດກະບະ. ໄລຍະ ທາງ ປະມານ 75 ກິໂລແມັດ, ກ່ອນເຖີງສະຖານທີ່ດັ່ງກ່າວແມ່ນ ຈະມີຈຸດປ່ອງ ບໍລິການ ທີ່ບ້ານໃໜ່ ຫ່າງຈາກເທດສະບານແຂວງ ປະມານ 55 ກິໂລແມັດ.
ຫລັງຈາກນັ້ນ ກໍ່ຂີ່ເຮືອຫາງຍາວໄປທາງນ້ຳ ເຖິງທ່າເຮືອ ສະໝອງພາກ ປະມານ 1 ຊົ່ວໂມງ, ກັບ 30 ນາທີ, ສືບຕໍ່ດ້ວຍການຍ່າງປ່າຊົມທຳມະຊາດ ໄປເຖິງເຊພະ ປະມານ 45 ນາທີ, ຖ້າຈະໄປເຊປ້ອງໄລ ກໍ່ຕ້ອງໃຊ້ເວລາຍ່າງຕື່ມອີກປະມານ 02 ຊົ່ວໂມງ, ລາຍການທ່ອງທ່ຽວນີ້ຕ້ອງມີເວລາພັກແຮມ ຢູ່ເຮືອນພັກຊາວບ້ານ ເປັນລາຍການ 02 ວັນ ຄືນ. ແຕ່ປະຈຸບັນນີ້ເສັ້ນທາງໄດ້ມີການພັດທະນາ ໃຫ້ສາມາດຂີ່ລົດໄປ ເຖິງຕາດໄດ້ແລ້ວ.
Editor: ກຳປານາດ ລັດຖະເຮົ້າ