ທ່ອງທ່ຽວອີກຫນຶ່ງສະຖານທີ່ ເຊີ່ງໄດ້ຮັບການພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວໃຫມ່ ຂອງເມືອງທຸລະຄົມ, ແຂວງວຽງຈັນ ເຊິ່ງສະຖານທີ່ດັ່ງກ່າວທີ່ວ່ານັ້ນ ກໍ່ຄື “ສວນນໍ້າປ່າ ພູເຂົາຄວາຍ” ສະຖານທີ່ນີ້ ນັບໄດ້ວ່າເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ຫາກໍ່ເປີດໃຫ້ບໍລິການແກ່ປະຊາຊົນ ໃນໄລຍະບຸນປີໃໝ່ລາວ 2017 ທີ່ຜ່ານມານີ້.
ສວນນໍ້າປ່າ ພູເຂົາຄວາຍ ຕັ້ງຢູ່ບ້ານພູເຂົາຄວາຍໃໝ່, ເມືອງທຸລະຄົມ ແຂວງວຽງຈັນ. ທາງໄປເຄື່ອນໄຟຟ້ານໍ້າມັງ 3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນມີຄວາມສະດວກສະບາຍ ເປັນທາງປູຍາງເຂົ້າໄປຈົນເຖິງສະຖານທີ່ ແລະ ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງຈາກນະຄອນຫຼວງວຽງຈັນ ໄປຫາສວນນໍ້າ ປະມານ 1 ຊົ່ວໂມງເຄີ່ງ ກໍ່ຮອດແລ້ວ, ທ່ານສາມາດມາສຳພັດຄວາມມ່ວນຊື່ນກັບສະຖານທີ່ແຫ່ງນີ້ໄດ້ ຈະເປີດໃຫ້ບໍລິການທຸກວັນເສົາ-ອາທິດ ເລີ່ມເວລາ 10:00-18:00 ໂມງ, ຫາກທ່ານໃດມີເວລາກໍ່ລອງມາສຳພັດເບິ່ງ ຮັບຮອງວ່າບໍ່ຜິດຫວັງ. ການເດີນທາງແບບຄອບຄົວ ພາລູກຫລາຍໄປຫລີ້ນ-ໄປທ່ຽວ ສ້າງຄວາມຮັກແພງ, ສ້າງຄວາມອົບອຸ່ນ ລະຫວ່າງຄອບຄົວ ແລະ ອື່ນໆ. ສຳລັບສິ່ງອຳນວຍແມ່ນມີຄວາມສະດວກຫລາຍຢ່າງ ແລະ ມີກິດຈະກຳທີ່ຫນ້າສົນໃຈ ເຊັ່ນ, ການຂີ່ເຮືອຢາງ, ການຫລີ້ນນ້ຳ. ແລະ ອື່ນໆ ທີ່ຫລາກຫລາຍ ຕ້ອງລອງໄປສຳຜັດດ້ວຍຕົ້ນເອງ.
Editor: ກຳປານາດ ລັດຖະເຮົ້າ