ແຂວງອຸດົມໄຊ ເປັນອີກແຂວງໜຶ່ງຂອງລາວທີ່ມີສະຖານທີ່ທ່ອງທ່ຽວຫຼາຍໆແຫ່ງທີ່ມີຄວາມສວຍງາມ ແລະ ເປັນທີ່ຫນ້າຄົ້ນຫາ ມື້ນີ້ຂໍນຳສະເໜີອີກແຫລ່ງທ່ອງທ່ຽວໜຶ່ງທີ່ໜ້າສົນໃຈ ຄື: “ນໍ້າຕົກຕາດຕະແລ” ຢູ່ທີ່ເມືອງຮຸນ, ແຂວງອຸດົມໄຊ ຄວາມສວຍງາມຂອງນ້ຳຕົກຕາດ, ເປັນທີຫລົງໄຫລ ຂອງນັກທ່ອງທ່ຽວ, ລັກສະນະຂອງນໍ້າຕົກຕາດແຫ່ງນີ້ ແບ່ງອອກເປັນຫລາຍຊັ້ນໆ ເໝືອນຂັ້ນໄດ ມີລັກສະນະຄ້າຍຄືກັນນໍ້າຕົກຕາດກວາງຊີ ແລະ ຕາດແສ້ ທີ່ແຂວງຫລວງພະບາງ. ແຕ່ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມຊຸ່ມຊື່ນຂອງສາຍນ້ຳ, ແລະປ່າດົງຂຽວສົດງົດງາມ ມີຕົ້ນໄມ້ນ້ອຍໃຫຍ່ສັບປົນກັນທົ່ວທັງຜືນປ່າ ປະກອບກັບສຽງນ້ຳຕົກທີ່ໄຫລຈາກທີ່ສູງ ເຮັດໃຫ້ເຮົາຮູ້ສຶກຊຸ່ມຊືນທັງກາຍທັງໃຈ ແບບບັນຍາຍບໍ່ຖືກ ຄັ້ງໜຶ່ງໃນຊີວິດທ່ານຄວນມາສຳພັດຄວາມຮູ້ສຶກແບບນີ້ດ້ວຍຕົນເອງ.
Editor: ກຳປານາດ ລັດຖະເຮົ້າ